ສ ​ເກົາຫຼີ, ອາ​ເມ​ລິ​ກາ​ແລະ​ຍີ່ປຸ່ນຊ້ອມ​ຮົບຮ່ວມ​ກັນປ້ອງ​ກັນ​ລູກ​ສອນ​ໄຟ​ນຳ​ວິຖີ​ ​ ສ ປປ ​ເກົາຫຼີ
2017-01-21 14:46:26  cri 
ກອງທັບ​ເຮືອ ສ ​ເກົາຫຼີ​ແຈ້ງ​ຂ່າວ​ວ່າ,​ ວັນ​ທີ 20 ມັງກອນ​ນີ້, ສ ​ເກົາ​ຫຼີ ອາ​ເມ​ລິ​ກາ​ແລະ​ຍີ່ປຸ່ນ​ຕ່າງໄດ້​ຈັດການ​ຊ້ອມ​ຮົບ​ເພື່ອ​ຮັບ​ມື​ກັບ ສປປ ​ເກົາຫຼີທີ່​ຈະ​ຍິງ​ລູກ​ສອນ​ໄຟ​ນຳ​ວິຖີ, ​ແລະ​ຈະ​ດຳ​ເນີນ​ຮອດ​ວັນ​ທີ 22 ມັງກອນ​ນີ້.

ນີ້​ແມ່ນ​ສາມ​ປະ​ເທດ​ດັ່ງກ່າວ​ຈັດການ​ຊ້ອມ​ຮົມ​ຮ່ວມ​ຄ້າຍຄື​ກັນເປັນ​ຄັ້ງ​ທີ 3 ຫຼັງ​ຈັດຂັ້ນ 2 ​ເທື່ອ​ໃນ​ເດືອນ​ມິຖຸນາ​ແລະ​ເດືອນ​ພະຈິກ​ປີຜ່ານມາ, ທັງ​ນີ້​ກໍເພື່ອ​ຍົກ​ສູງ​ຄວາມ​ສາມາດ​ການ​ຢັ່ງ​ແທກ​ແລະ​ຕິດຕາມ​ລູກ​ສອນ​ໄຟ​ນຳ​ວິຖີ​ຂອງ ສປປ ​ເກົາຫຼີ.
ຂະນະ​ດຽວ​ກັນ,​ ໜັງສືພິມ "​ໂລ​ດົງຊິນ​ມຸນ" ສະບັບ​ວັນ​ທີ 20 ມັງກອນ​ນີ້ຂອງ​ ສປປ ​ເກົາຫຼີ​ໄດ້ພິມ​ບົດນຳ​ໂດຍລະບຸ​ວ່າ, ການຍິງ​ລູກ​ສອນ​ໄຟ​ນຳ​ວິຖີຂ້າມ​ທະວີບ​ເພື່ອ​ຮັບ​ມື​ກັບ​ການ​ຂົ່ມ​ຂູ່ດ້ວຍ​ສົງຄາມ​ນິວ​ເຄລຍຈາກ​ອາ​ເມ​ລິ​ກາ​ແມ່ນ​ການ​ກະທຳ​ປ້ອງ​ກັນ​ຕົວ​ທີ່ຊອບ​ທຳ,​ " ບໍ່ວ່າ​ຜູ້​ອື່ນ​ຈະເວົ້າ​ແນວ​ໃດກໍ​ຕາມ,​ ກໍ​ຈະ​ຍິງ​ລູກ​ສອນ​ໄຟ​ນຳ​ວິຖີ​ຂ້າມ​ທວີ​ບຕາມ​ການ​ກຳນົດ​ເວລາ​ແລະ​ສະຖານ​ທີ່​ຂອງ​ການ​ນຳ​ສູງ​ສຸດ."

ວັນ​ທີ 8 ມັງກອນ​ນີ້​, ​ໂຄສົກກະຊວງ​ການ​ຕ່າງປະ​ເທດ ສປປ​ ​ເກົາຫຼີ​ໄດ້​ຖະ​ແຫຼ​ງຕໍ່​ນັກ​ຂ່າວ​ວ່າ,​ ການ​ຍິງ​ລູກ​ສອນ​ໄຟ​ນຳ​ວິຖີ​ຂ້າມ​ທະວີບ​ຂອງ​ ສປປ ​ເກົາຫຼີ​ໄດ້​ເຂົ້າ​ສູ່​ໄລຍະກະກຽມ​ສຸດ​ທ້າຍ​ແລ້ວ,​​ແລະ​ຈະ​ຍິງທົດ​ລອງ​ໄດ້​ໃນ​ທຸກ​ເວລາ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ