ປະທານາທິບໍດີ​ຝລັ່ງປະ​ຕິ​ເສດ​ລັດທິ​ປົກ​ປ້ອງ​ຂອງ​ທ່ານ​ທຣຳ
2017-01-21 16:05:52  cri 
ສື່​ມວນ​ຊົນ​ຝລັ່ງລາຍ​ງານ​ໃນ​ວັນ​ທີ 20 ມັງກອນ​ນີ້​ວ່າ,​ ກ່ອນ​ທ່ານ​ໂດ​ນັນ ທຣຳ ສາ​ບານ​ຕົວ​ຂຶ້ນ​ຮັບ​ຕຳ​ແໜ່​ງ​ປະທານາທິບໍດີ​ອາ​ເມ​ລິ​ກາ,  ທ່ານ​​ຟຣັງ​ຊົວ ໂອນ​ລອງ, ປະທາ​ນາ​ທິບໍດີ​ຝລັ່ງ​ໄດ້​ປະຕິ​ເສ​ດລັດທິ​ປົກ​ປ້ອງ​ຂອງ​ທ່ານ​ທຣຳຢ່າງ​ເປີດ​ເຜີຍ.​ ​ໂດຍ​ກ່າວ​ວ່າ: "​ການແຍກດ່ຽວ​ປະ​ເທດຕົນ​ຈາກ​ເສດຖະກິດ​ໂລກ​ຈະເປັນ​ໄປບໍ່​ໄດ້, ທັງ​ແມ່ນ​ເລື່ອງ​ທີ່​ບໍ່​ເໝາະສົມ".

ທ່ານ​ໂອນ​ລອງ​ກ່າວຕື່ມ​ວ່າ,​ ການປິດ​ປະຕູບໍ່ເປີດ​ເຜີຍ​ຕໍ່​ທົ່ວ​ໂລກຈະ​ໝາຍ​ຄວາມ​ວ່າ "​ໂອກາດ​ປະກອບ​ອາຊີບ​ສູນ​ເສຍ,​ ຄວາມ​ສາມາດແຂ່ງຂັນ​ຫຼຸດ​ລົງ​ແລະ​ການ​ພັດທະນາ​ເສດຖະກິດ​ໄດ້​ຮັບ​ຄວາມ​ເສຍ​ຫາຍ​ຢ່າງ​ໜັກໜ່ວງ", ສະ​ນັ້ນ​ຝລັ່ງກໍ​ບໍ່​ຄວນ​ມີ​ຄວາມຄິດ​ເຫັນ​ທີ່​ແຍກດ່ຽວ​ຕົນ​​ອອກ​ຈາກ​ໂລກ.

ກ່ອນ​ໜ້າ​ນີ້​ທ່ານ​ໂອນ​ລອງ​ກໍ​ໄດ້​ຕອບ​​ໂຕ້​ຄຳ​ຕິຕຽນ​ຂອງ​ທ່ານ​ທຣຳຕໍ່​ສະຫະພາບ​ເອີ​ລົບຢ່າງ​ເປີດ​​ເຜີຍ​ວ່າ,​ "ສະຫະພາບ​ເອີ​ລົບ​ບໍ່​ຕ້ອງການ​ພາຍ​ນອກມາ​ສະ​ເໜີຕໍ່​ຕົນ​ວ່າ​ຄວນ​ເຮັດ​ຫຍັງ",​ ສະຫະພາບ​ເອີ​ລົບ​ເອົາ​ໃຈ​ໃສ່​ສາຍ​ພົວພັນ​ພັນທີ່​ເປັນທະ​ມິດ​ກັບ​ອາ​ເມ​ລິ​ກາ,​ ​ແລະຍິນ​ດີ​ຮ່ວມ​ມື​ກັບ​ອາ​ເມ​ລິ​ກາ,​ ​ແຕ່​ສະຫະພາບ​ເອີ​ລົບ​ກໍ​ມີ​ຄວາມ​ສາມາດ​ວາງ​ຍຸດ​ທະ​ສາດ​ຂອງ​ຕົນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ