ໄຟໄໝ້ຮ້ານ​ອາຫານ​ຢູ່​ຢາ​ງກຸ້ງ​ ​ເຮັດ​ໃຫ້ 5 ຄົນ​ເສຍ​ຊີວິດ, 1 ຄົນ​ບາດ​ເຈັບ
2017-01-22 16:53:09  cri 
ວັນ​ທີ 21 ມັງກອນ​ນີ້, ຮ້ານ​ອາຫານຢູ່​ເຂດ​ຕາ​ເວັນ​ອອກ​ຂອງນະຄອນຢາງ​ກຸ້ງ​ປະ​ເທດ​ມຽນມາໄດ້​ເກີດ​ໄຟ​ໄໝ້ ​ໂດຍ​ເຫດການ​ດັ່ງກ່າວ​ໄດ້​ເຮັດ​ໃຫ້​ພະນັກງານ​ໃນ​ຮ້ານ 5 ຄົນ​ເສຍ​ຊີວິດ ​ແລະ 1 ຄົນ​ບາດ​ເຈັບ.

​​ອັກຄີ​ໄພ​ດັ່ງກ່າວ​ເກີດ​ຂຶ້ນ​ໃນ​ເວລາ​ປະມານ 4 ​ໂມງ 35 ນາທີ​ຂອງ​ວັນ​ທີ 21 ມັງ​ກອງ​ນີ້ ຂະນະ​ທີ່​ເຈົ້າ​ໜ້າ​ທີ່ກອງ​ດັບ​ເພີງ​ຢາງ​ກຸ້ງ​ກ່າວ​ວ່າ: ຖັງ​ອາຍ​ແກັສທຳ​ມະ​ຊາດ​ຢູ່​​ເຮືອນ​ຄົວ​ຂອງ​ຮ້ານ​ຮົ່ວອອກ​​ໄຫຼ​ໃສ່ໄຟຈຶ່ງ​ເກີດ​ເຫດການ​ດັ່ງກ່າວ. ຂະນະ​ເກີດ​ເຫດ​ມີ​ພະນັກງານ 5 ຄົນ​ພວມ​ນອນ​ຢູ່​ຮ້ານ​ແລະ​ພາຍຫຼັງ​ໄດ້​ເສຍ​ຊີວິດ​​ເນື່ອງ​ດ້ວຍ​ຫາຍ​ໃຈ​ຝືດ​ຈາກ​ການດູດ​ຄວັນ​ໄຟ​​, ສ່ວນຜູ້​ບາດ​ເຈັບ​ໜຶ່ງ​ຄົນໄດ້ນຳ​ສົ່ງ​ໄປ​ປິ່ນປົວ​ຢູ່​ໂຮງໝໍ​ແລ້ວ.

​ເຈົ້າ​ໜ້າທີ່​ກ່ຽວຂ້ອງ​​ໃຫ້​ຮູ້​ວ່າ:ຕຳຫຼວດ​ຢາງ​ກຸ້ງ​ໄດ້​ກັກ​ຕົວ​ເຈົ້າ​ຂອງ​ຮ້ານ​ແລະ​ຈະ​ສືບ​ສວນ​ເຫດ​ການ​ຕາມ​ກົດ​ລະບຽບກົດໝາຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ