ໄທ​ຈະສາຍ​​ລະຄອນ "ສາມ​ກົກ"ສະບັບ 2010 ຄັ້ງ​ທຳ​ອິດ​ໃນ​ໄລຍະ​ບຸນ​ກຸດ​ຈີນ
2017-01-22 16:54:02  cri 
ສະຖານີ​ໂທລະພາບຊ່ອງ ​3 ຂອງ​​ໄທ​ກ່າວ​ໃນ​ວັນ​ທີ 21 ມັງກອນີ້​ວ່າ:ຈະ​ສາຍ​ລະຄອນຈີນ "ສາ​ມກົກ" ທີ່​ພາກ​ສຽງ​ເປັນ​ພາສາ​ໄທ​ແຕ່​ວັນ​ທີ 30 ມັງກອນ​ນີ້​ເປັນ​ຕົ້ນ​ໄປ ​ໂດຍຄາດ​ວ່າ​ຈະ​ໄດ້​ຮັບ​ຄວາມ​ນິຍົມ​ຢູ່​ປະ​ເທດ​ດັ່ງກ່າວ.

ຂ່າວ​ແຈ້ງວ່າ: ນີ້​ແມ່ນ​ການ​ນຳ​​ເອົາລະຄອນ "ສາມ​ກົກ" ສະບັບ 2010 ​ເຂົ້າສາຍ​ອອກ​ອາກາດ​ຢູ່​ໄທ​ຄັ້ງ​ທຳ​ອິດ ​ແຕ່ວັນ​ຈັນ​ຫາ​ວັນ​ສຸກ​ ມື້​ລະ 1 ຕອນ.​ກ່ອນ​ຈະ​ສາຍ​ອອກ​ອາກາດ,ໂທລະພາບຊ່ອງ​ດັ່ງກ່າວ​ໄດ້​ໂຄສະນາ​​​​ເບື້ອງ​ຕົ້ນ​ຢ່າງ​ຕໍ່​ເນື່ອງ, ພ້ອມ​ທັງ​ຈະ​ອອກ​ລາຍການ​ພິ​ເສດ​ທຸກ​ມື້​​ແຕ່​ວັນ​ທີ 23 ຫາ​ວັນ​ທີ 27 ມັງກອນ​ນີ້ ​ໂດຍ​ໄດ້​ເຊີນ​ຜູ້​ຊ່ຽວຊານ​ໄທ,ຜູ້ຕາງໜ້າ​ຊາວ​ຈີນ​ຢູ່​ໄທ,ນັກ​ປະພັນ​ ​ລະຄອນ​ແລະ​ບຸກຄົນ​ວົງ​ການ​ຕ່າງໆ​ໃນ​ສັງຄົມ​ມາ​ໃຫ້​ຄຳ​ເຫັນ​ໂດຍ​ຈະບັນ​ລະ​ຍາຍ​ເນື້ອ​ໃນລະຄອນດັ່ງກ່າວ ​ເພື່ອ​​ໂຄສະນາ​ອີກ​ຕໍ່​ເນື່ອງ.

​​ໃນ​ປີ 1802, ນະວະນິຍາຍ "ສາມ​ກົກ" ​ໄດ້​ນຳ​​​ເຂົ້າ​ໄທ​​ໂດຍ​ແປ​ເປັນ​ພາສາ​ໄທ ​ແລະ​ໄດ້ພິມ​ຈຳ​ໜ່າຍໃນ​ປີ 1865 ​ເຊິ່ງສາມາດ​ສ້າງຄວາມ​ນິຍົມ​ຊົມ​ຊອບ​ທີ່​ສຸດຢູ່​​ໄທ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ