ວິ​ສາ​ຫະກິດແຂວງ​ຢຸນນານ​​ຮ່ວມ​ມື​ກັບ​ມະຫາວິທະຍາ​ໄລ​ກະສິກຳ​ເຢຈິນ​ມຽນມາ​ ຊຸກຍູ້​ການ​ຫັນ​ກະສິກຳ​​ເປັນ​ທັນ​ສະ​ໄໝ
2017-01-23 11:25:14  cri 
ວັນ​ທີ 20 ມັງກອນ​ນີ້, ມະຫາວິທະຍາ​ໄລ​ກະສິກຳ​​ເຢຈິນຂອງ​ມຽນມາ​​ໄດ້​ເຊັນ​ສັນຍາ​ຮ່ວມ​ມື​ຍຸດ​ທະ​ສາດ​ກັບ​ກຸ່ມ​ບໍລິສັດຢຸນທ່ຽນ​ຮວ້າຈີນ​ຈຳກັດ​ຢູ່​ເມືອງ​ຄຸນ​ໝິງ​ແຂວງ​ຢຸນນານ ​ໂດຍ​ໃນ​ສັນຍາ​ດັ່ງກ່າວ​ໄດ້​ລະບຸ​ວ່າ​:​ສອງ​ຝ່າຍ​ຈະ​ໃຊ້​ທ່າ​​ແຮງ​​ດ້ານ​ຊັບພະຍາກອນ​ຂອງ​ຕົນ​ຢ່າງ​ເຕັມ​ສ່ວນ ພ້ອມ​ກັນ​ຊຸກຍູ້​ຂະ​ບວນການ​ຫັນ​ກະສິກຳ​ມຽນມາ​ເປັນ​​ທັນ​ສະ​ໄໝ.

ຕາມ​ສັນຍາ​ຮ່ວມ​ມື,ກຸ່ມ​ບໍລິສັດ​ຢຸນທ່ຽນ​ຮວ້າຈີນ​ຈຳກັດ​ຈະ​ນຳ​ເອົາ​ເຕັກ​ໂນ​ໂລ​ຊີ​ດ້ານ​ກະສິກຳ​ທີ່​ທັນ​ສະ​ໄໝ​ຂອງ​ຈີນ​ກໍ​ຄື​ຂອງ​ໂລກ​ໄປ​ເຜີຍ​ແຜ່​ຢູ່​ມຽນມາ,ພ້ອມ​ທັງ​ສະໜອງສູນ​ປະຕິບັດ​ຕົວ​ຈິ​ງດ້ານການຄົ້ນຄວ້າ​ວິທະຍາສາດ​ໃຫ້​ແກ່​ມະຫາວິທະຍາ​ໄລ​ກະສິກຳ​ເຢຈິນ, ສ່ວນ​ມະຫາວິທະຍາ​ໄລ​ກະສິກຳ​ເຢຈິນຈະ​ສະໜັບສະໜູນ​ບຸກຄະລາ​ກອນ​​​ໃຫ້ແກ່ບໍລິສັດ​ຢຸນທ່ຽນ​ຮວ້າ​ໃນ​ການ​ພັດທະນາ​ຕະຫຼາດ​ກະສິກຳ​ມຽນມາ.

​ເຈົ້າ​ໜ້າ​ທີ່ມະ​ຫາວິທະຍາ​ໄລ​ກ່າ​ວວ່າ: ມຽນມາ​ເປັນ​ປະ​ເທດ​ກະສິກຳ​ ​ໂດຍ​ປະຊາກອນກວມ 60% ​ໃນທົ່ວ​ປະ​ເທດ​ມີ​ອາຊີບ​ກະສິກຳ. ​ເຖິງ​ວ່າມູນ​ຄ່າ​ການ​ຜະລິດ ​ກະສິກຳ​ກວມ 30% ຂອງ​ຍອດ​ມູນ​ຄ່າ​ການ​ຜະລິດ​ພາຍ​ໃນ​ປະ​ເທດ(GDP),​ແຕ່​ການ​ພັດທະນາ​ກະສິກຳ​ຍັງ​ຫຼ້າ​ຫຼັງ ຈາກ​ນີ້​ຈຶ່ງ​ໄດ້ມີ​ຄວາມ​ມຸ່ງ​ຫວັງ​ທີ່​ສຸດຕໍ່​ການ​ຮ່ວມ​ມື​ລະຫວ່າງ​ມະ​ຫາ​ວິທະຍາ​ໄລ​ຂອງ​ຕົນກັບ​ບໍລິສັດ​ຢຸນທ່ຽນ​ຮວ້າ​ຈີນ​ເພື່ອ​ບັນລຸ​ຕາມ​ເປົ້າ​ໝາຍ​ດັ່ງກ່າວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ