ຫຼາຍປະ​ເທດ​ຫວັງ​​ຮ່ວມ​ມື​ກັບ​ລັດຖະບານ​ອາ​ເມ​ລິ​ກາ​ຊຸດ​ໃໝ່
2017-01-22 15:56:46  cri 
    ທ່ານ ​ໂດ​ນັດ ທຣຳ ​ໄດ້​ສາບາ​ນຕົວ​ຂຶ້ນຮັບ​ຕຳ​ແໜ່​ງປະ​ທາ​ນາ​ທິບໍດີ​ອາ​ເມລິ​ກາ​ຊຸດ​ທີ 45 ຢ່າງ​ເປັນ​ທາງ​ການຢູ່​ນະຄອນຫຼວງວໍ​ຊິງ​ຕັນ​​ເມື່ອ​ວັນ​ທີ 20 ມັງກອນ​ນີ້. ຫຼັງຈາກ​ນັ້ນ, ປະ​ມຸກ​ລັດ​ແລະ​ເຈົ້າໜ້າ​ທີ່​ຂອງຫຼາຍປະ​ເທດ​ໄດ້​ສະ​ແດງຄວາມ​ຫວັງ​ຢາກ​ພັດທະນາ​ການ​ພົວພັນ​ຮ່ວມ​ມື​ກັບ​ລັດຖະບານ​ອາ​ເມ​ລິ​ກາ​ຊຸດ​ໃໝ່ ​ແລະ​ຫວັງ​ສ້າງ​ຄວາມ​ເປັນ​ເອກະ​ພາບ​ກັນ​ໃນ​ບັນຫາ​ຈຸດ​ສຸມ.

    ທຳນຽບປະທານາທິບໍດີ​ເອຢິບ​ຖະ​ແຫຼງວ່າ, ທ່ານປະທານາທິບໍ​ດີ ອັບ​ແດນ ຟັດ​ຕາ ອັນ ຊີ​ຊີ ຫວັງ​ໃຫ້ສາຍ​ພົວພັນ​ສອງ​ປະ​ເທດ​ຈະ​ກ້າວ​ກະ​ໂດດ​ໃໝ່​ໃນ​​ໄລຍະ​ທ່ານ ທຣຳ ດຳລົງ​ຕຳ​ແໜ່​ງປະທານາທິບໍດີ​ເປັນ​ເວລາ 4 ປີ ​ເພື່ອ​ບັນລຸ​ຜົນ​ປະ​ໂຫຍ​ດຮ່ວມ​ກັນ​ຂອງ​ປະຊາຊົນ​ສອງ​ຊາດ.

    ຂະນະ​ທີ່ທຳນຽບປະທານາທິບໍດີ​ປາ​ແລັສຕິນ ​ໄດ້​ອອກ​ຖະ​ແຫຼງການສັ້ນໆ​ວ່າ, ທ່ານ​ປະທານາທິບໍດີ ມາ​ມຸດ ອັບ​ບັສ ຫວັງ​ຈະ​ຮ່ວມ​ມື​ກັບ​ລັດຖະບານ​ອາ​ເມ​ລິ​ກາ​ທີ່​ນຳ​ໂດຍ​ທ່ານ ທຣຳ ​ເພື່ອ​ບັນລຸ​ສັນຕິພາບ, ຄວາມ​ໝັ້ນຄົງ​ແລະ​ສະຖຽນ​ລະ​ພາບ​ຂອງ​ພາກ​ພື້ນ.

    ນອກ​ນີ້, ທ່ານ ຢັງ ມັກ ​ໄອຣາວທ໌ ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ຝຣັ່ງກໍກ່າວ​ໃນ​ວັນ​ທີ 19 ທັນວາ​ນີ້​ວ່າ, ຝຣັ່ງ​ແລະ​ອາ​ເມ​ລິກາມີ​ຜົນ​ປະ​ໂຫຍ​ດ​ແລະ​ທັດ​ທະນະ​ຄຸນ​ຄ່າທີ່​ຄື​ກັນ, "ພວກ​ຂ້າພະ​ເຈົ້າຫວັງ​ຢາກ​ສ້າງ​ການ​ພົວພັນ​ທີ່​​ແໜ້ນ​ແຟ້ນກັບ​ລັດຖະບານ​ອາ​ເມ​ລິ​ກາ​ຊຸດ​ໃໝ່​ໂດຍ​ໄວ."
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ