ເປີດ​ເສັ້ນທາງ​ການບິນ​​ກວາງ​ໂຈ່​ວ-ສະໝຸຍ
2017-01-22 15:58:46  cri 
    ຕາມ​ຂ່າວສານ​ຈີນ: ວັນ​ທີ 21 ມັງກອນ​ນີ້, ບໍລິສັດ​ການບິນ​ບາງກອກ ​ໄດ້​ເປີດ​ບໍລິການ​ເສັ້ນທາງ​ການບິນ​ໃໝ່​ແຕ່​ເມືອງ​ກວາງ​ໂຈ່​ວ ສປ ຈີນ​ຫາ​ເກາະ​ສະໝຸຍຢ່າງ​ເປັນ​ທາງ​ການ ​ໂດຍ​ນຳ​ໃຊ້ເຮືອບິນ A319 ​ທີ່​ບັນຈຸ 138 ທີ່​ນັ່ງ ​ແລະ​ບິນທຸກ​ມື້ໆ​ລະ​ໜຶ່ງ​ຖ້ຽວ.

    ນີ້​ແມ່ນ​ຖ້ຽວ​ບິນ​ໂດຍ​ກົງ​ແຕ່​ເມືອງ​ກວາງ​ໂຈ່​ວຫາ​ສະໝຸຍຖ້ຽ​ວທຳ​ອິດ.

    ເກາະ​ສະໝຸຍແມ່ນ​ເກາະ​ໃຫຍ່​ອັນ​ດັບ​ສາມ​ຂອງ​ໄທ ຂຶ້ນ​ກັບ​ແຂວງ​ສຸຣາດທານີ ​ແລະ​ແມ່ນ​ສະຖານ​ທີ່​ທ່ອງ​ທ່ຽວ​ແຄມ​ທະ​ເລ​ທີ່​ດີ​ທີ່​ສຸດ​ແຫ່ງ​ໜຶ່ງ​ຂອງ​ໄທ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ