ລັດຖະບານ​ອາ​ເມ​ລິ​ກາ​ຊຸດ​ໃໝ່​ປະກາດ 6 ​ເປົ້າໝາຍ​ໃຫຍ່
2017-01-22 16:04:20  cri 
    ​ເວັບ​ໄຊ​ທຳນຽບຂາວ​ໄດ້​ປະກາດ 6 ​ເປົ້າໝາຍ​ໃຫຍ່​ຂອງ​ລັດຖະບານ​ອາ​ເມ​ລິ​ກາ​ຊຸ​ດ​ໃໝ່​ໃນ​ວັນ​ທີ 20 ມັງກອນ​ນີ້ ​ໂດຍ​ເນັ້ນ​​ການ​ປະຕິ​ຮູບ​ພະລັງງານ, ການປັບປຸງ​ນະ​ໂຍບາຍ​ການ​ຕ່າງປະ​ເທດ, ການ​ສ້າງ​ຄວາມ​ຈະ​ເລີ​ນຄືນ​ໃໝ່​ດ້ານ​ການ​ປະກອບ​ອາຊີບ​​ແລະ​ການ​​ເຕີ​ບ​ໂຕ, ການ​ຍົກ​ສູງ​ກຳລັງ​ການ​ທະ​ຫານ, ການ​ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ານ​ກົດໝາຍ ​ແລະ​ການ​ເຈລະຈາ​ສັນຍາ​ການ​ຄ້າ​ຄືນ​ໃໝ່.

    ໜຶ່ງ​ໃນເປົ້າໝາຍດັ່ງກ່າວກໍຄື ​ຂົງ​ເຂດ​​ເສດຖະກິດໄດ້​ເຮັດ​ໃຫ້​ຄົນ​ສົນ​ໃຈ​ຫຼາຍ, ຕົວຢ່າງ​ຄື​ການ​ຖອນອອກ​ຈາກ​ສັນຍາ​ການ​ພົວພັນ​ຄູ່​ຂ້າມ​ປາຊີ​ຟິກ ຫຼື TPP, ການ​ເຈລະຈາກ່ຽວ​ກັບ​ສັນຍາ​ການ​ຄ້າ​ເສລີ​ອາ​ເມ​ລິ​ກາ​ເໜືອ​ຄືນ​ໃໝ່, ການຊຸກຍູ້​ເສດຖະກິດ​ໃຫ້​ເຕີບ​ໂຕ 4% ຕໍ່​ປີ, ​ເພີ່ມ​ໜ້າ​ທີ່​ວຽກ​ງານ 25 ລ້ານ​ຕຳ​ແໜ່​ງ​ໃນ 10 ປີ​ຕໍ່ໜ້າ, ການຫຼຸດອາກອນ​ລາຍ​ໄດ້​ຂອງ​ສ່ວນ​ບຸກຄົນ​ແລະ​ວິ​ສາ​ຫະກິດ ທັງ​ເຮັດ​ໃຫ້​ລະບຽບການ​ສ່ວຍ​ສາ​ອາກອນ​ກະທັດຮັດງ່າຍ​ຂຶ້ນ, ສ້າງ​ລາຍ​ຮັບ​ດ້ານ​ພະລັງງານ​ຈາກ​ສິ່ງ​ທີ່ກາຍ​ມາ​ເປັນ​ຫີນ​ນັ້ນ​ໃຫ້ຫຼາຍຂຶ້ນ ​ເພື່ອ​ຮັບປະກັນ​ການ​ສ້າງ​ພື້ນຖານ​ໂຄງ​ລ່າງ ​ແລະ​ອື່ນໆ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ