ຣັດ​ເຊຍ​ຈະ​ຊ່ວຍຍົກ​ຄວາມ​ໄວ​ຂອງ​ລົດ​ໄຟອິນ​ເດຍ​ຂຶ້ນ​​ເປັນ 200 ກິ​ໂລ​ແມັດ​ຕໍ່ຊົ່ວ​ໂມງ
2017-01-23 11:24:49  cri 
ຕາມ​ຂ່າວCRI: ໜັງສືພິມ The Hindu Group ລາຍ​ງານ​ໃນ​ວັນ​ທີ 22 ມັງກອນ​ນີ້​ວ່າ: ບໍລິສັດ​ທາງ​ລົດ​ໄຟຣັດ​ເຊຍ​​ໄດ້ຮ່ວມ​ມື​ກັບ​ບໍລິສັດ​ທາງ​ລົດ​ໄຟ​ອິນ​ເດຍ ​ໂດຍຣັດ​ເຊຍ​ຈະສະໜັບ​ສະ​ໜູນດ້ານ​ເຕັກ​ໂນ​ໂລ​ຊີ ​ເພີ່ມຄວາມ​ໄວ​​ໃນການ​ແລ່ນ​ລົດ​ໄຟ​ຈາກນາປູ ​​ພາກ​ກາງຂອງ​ປະ​ເທດ ​ໄປ​ຊີ​ຊຸນ​ເດຣາບັດຂຶ້ນ​ເປັນ 200 ກິ​ໂລ​ແມັດ​ຕໍ່​ຊົ່ວ​ໂມງ.

ຂ່າວ​ແຈ້ງວ່າ: ​ເມື່ອ​ອາທິດ​ຜ່ານ​ມາ​ໄດ້​ສະ​ເໜີບົດ​ລາຍ​ງານ​ປະ​ເມີນ​ເບື້ອງ​ຕົ້ນ​ທາງ​ລົດ​ໄຟ​ສາຍ​ດັ່ງກ່າວ​ ​ໂດຍບໍລິສັດ​ທາງ​ລົດ​ໄຟຣັດ​ເຊຍ​ໄດ້ສະ​ເໜີ​ເຕັກ​ໂນ​ໂລ​ຊີຍົກ​ຄວາມ​​ໄວ​ໃຫ້​ສູງ​ຂຶ້ນຫຼາຍ​ຂໍ້ ລວມທັງ​ການ​ສ້ອມ​ແປງ​ເສັ້ນທາງ​ລົດ​ໄຟ​ຄືນ​ໃໝ່,ປ່ຽນ​ຕູ້​ລົດ​ໄຟ​ແລະ​ອື່ນໆ. ນອກ​ນີ້ ຣັດ​ເຊຍ​ຍັງ​ໄດ້​ສະ​ເໜີ​ຈະສ້າງ​ລະບົບ​ສັນຍານ​ຕົວ​ເລກ ​ແທນລະບົບ​ໂທລະ​ຄົມ Radio Frequency​ ​ໃນ​ປັດຈຸບັນ.

ປັດຈຸບັນ, ລົດ​ໄຟ​ພາຍ​ໃນ​ປະ​ເທດ​ອິນ​ເດຍ​​ແລ່ນ​ໃນ​ຄວາມ​ໄວ 160 ກິ​ໂລ​ແມັດ​ຕໍ່​ຊົ່ວ​ໂມງ. ​​ທັງ​ນີ້​ເມື່ອ​ເດືອນ​ຕຸລາ​ປີ 2016 ຜ່ານ​ມາ, ພາກສ່ວນ​ທາງ​ລົດ​ໄຟຣັດ​ເຊຍ​​ໄດ້ລົງ​ນາມ​ໃນ​ຮ່າງສັນຍາ​​ກັບ​ພາ​ກສ່ວນ​ທາງ​ລົດ​ໄຟ​ອິນ​ເດຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ