ນັກຮຽນ​ມາ​ເລ​ເຊຍກວ່າ 1.200 ຄົນຕ້ອນຮັບ​ບຸນ​ກຸດ​ຈີນ​ດ້ວຍ​ການ​​ລຽນ​ແຖວ​ເປັນຮູບ "​ໄກ່​ຄຳ"
2017-01-23 11:27:56  cri 
ໜັງສືພິມ​ຊິນ​ໂຈ​ເດ​ລີ​ຂອງ​ມາ​ເລ​ເຊຍ​ລາຍ​ງານ​ວ່າ: ວັນ​ທີ 20 ມັງກອນ​ນີ້​ຕາມ​ເວລາ​ທ້ອງ​ຖິ່ນ, ສະມາ​ຄົມ​ພາສາ​ຈີນ​ຂອງ​ໂຮງຮຽນ​ມັດທະຍົມ​ເຊັນ​ຈາ​ຍອິ​ໂປ​ປະ​ເທດ​ມາ​ເລ​ເຊຍ ​ແລະ ສະມາຄົມການ​ຂຽນ​ງາມ​ໄດ້​ຮ່ວມ​ກັນ​ຈັດ​ກິດຈະກຳ​ຂຽນ​ງາມ​​ສິລິ​ມຸງຄຸນຈີນ​ແລະ​ລຽນ​ແຖວ​ເປັນ​ຮູບ "​ໄກ່​ຄຳ" ​ໂດຍ​ບັນດານັກຮຽນ​​ໄດ້​ພ້ອມ​ກັນ​ຂຽນ​ງາມ ທັງ​ໄດ້​ລຽນ​ແຖວ​ເປັນ​ຮູບ​ໄກ່ຜູ້ຢ່າງສະຫງ່າ​ງາມທີ່​ສຸດ.

​ໂຮງຮຽນ​ມັດທະຍົມ​​ດັ່ງກ່າວ​ມີ​ນັກຮຽນ 1260 ຄົນ ​ໂດຍ​ໃນມື້​ນັ້ນ ​ເຂົາ​ເຈົ້າ​ໄດ້​ລຽນ​ແຖວ​ຍາວ​ປະມານ 50 ແມັດ​ແລະ​ກວ້າງ 27 ແມັດ ​ໂດຍ​ການ​​ແປ​ຂະ​ບວນເປັນ​ຮູບ​ໄກ່​ ​ເພື່ອ​ສະຫຼອງ​ປີ​ໃໝ່​.

​ອາຈານ​ທ່ານ​ໜຶ່ງ​ຂອງໂຮງຮຽນນີ້​ເວົ້າ​ວ່າ ປີ​ນີ້​ໄດ້​ຈັດການ​ແຂ່ງຂັນຂຽນ​ງາມ​​ສິລິ​ມຸງຄຸນ​ຈີນ​ຄັ້ງ​ທີ 17 ​ແລະ​ເປັນ​ໜຶ່ງ​ໃນ​ປະ​ເພນີ​ທີ່​ເປັນ​ມູນ​ເຊື້ອອັນ​ດີງາມ​ຂອງ​ຈີນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ