"ຫາດ​ຊາຍ​ຄົນ​ຂີ້ຄ້ານ"ຂອງ​ກຳປູ​ເຈຍ​ງາມ​ທີ່​ສຸດ​ໃນ​ໂລກ
2017-01-23 11:28:42  cri 
ຫວ່າງ​ມໍ່ໆ​ມາ​ນີ້, ວາ​ລະ​ສານພູມ​ສາດ​ປະ​ເທດ​ຂອງ​ອາ​ເມ​ລິ​ກາ​ໄດ້​​ເປີດ​ເຜີຍ​ຫາດ​ຊາຍ​ທີ່​ງາມ​ທີ່​ສຸດ​​ໃນ​ໂລກ 21 ​ແຫ່ງ, ​ໃນ​ນັ້ນ, "ຫາດ​ຊາຍ​ຄົນ​ຂີ້ຄ້ານ" ຂອງ​ກຳປູ​ເຈຍ​​ເປັນອັບ​ດັບ​ໜຶ່ງ ຍ້ອນ​ມີ​ຊາຍ​ຂາວ​ແລະ​ນ້ຳ​ໃສ​ສະອາດ​ຈົນ​ເຫັນ​ພື້ນ​ນ້ຳ.

ຂະ​ແໜງ​ການທ່ອງ​ທ່ຽວ​ປະ​ເທດ​ດັ່ງກ່າວ​​ເປີດ​ເຜີຍ​ໃນ​ວັນ​ທີ 22 ມັງກອນ​ນີ້​ວ່າ: ທຸກຫາດ​ຊາຍ​ທີ່​​ສະ​ເໜີ​ຊື່​ນັ້ນລ້ວນ​ແຕ່​ມີ​ຄວາມງາມຫຼາຍ​ຍ້ອນ​ຄວາມ​ໂດດ​ເດັ່ນ​ຂອງ​ທິວທັດ​ທຳ​ມະ​ຊາດ​ຊີວະ​ຊາດ​ແລະ​ຫາດ​ຊາຍ​ແຄ​ມຝັ່ງ​ທະ​ເລ​ທີ່​ຍາວຢຽດ, ນັກ​ທ່ອງ​ທ່ຽວສາມາ​ດ​ເບິ່ງ​​ຊີວະ​ຊາດທຳ​ມະ​ຊາດ ​ແລະ ສຳຜັດ​ກັບການ​ດຳລົງ​ຊີວິດ​ຢູ່ແບບ​ຊີວະ​ຊາດທີ່​ແທ້​ຈິງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ