ດ່ານ​ພາສີ​ເຫີ​​​ໂຄ​ວບັນລຸ ມູນ​ຄ່າ​ການ​ຄ້າ​ຫຼາຍ​ກວ່າ 1 ຕື້ 200 ລ້ານ​ຢວນ
2017-01-23 16:47:15  cri 
​ເຈົ້າ​ໜ້າ​ທີ່​ດ່ານ​ພາສີ​ເຫີ​ໂຄ​ວລາຍ​ງານ​ຫວ່າງ​ມໍ່ໆ​ມາ​ນີ້​​ວ່າ,​ ​ນັບ​​ແຕ່ເລີ່​ມ​ປະຕິ​ຮູບ​​ໃນ​ວັນ​ທີ 13 ພຶດສະພາ​ຫາ​ທ້າຍ​ປີ 2016, ສາມາດ​ບັນລຸມູນ​ຄ່າ​ການ​ຄ້າ​ຕະຫຼາດ​ຊາຍ​ແດນ​ເຫີ​ໂຄ​ວລະ​ຫວ່າງ​ຈີນ​ກັບ​ຫວຽດນາມ​ຂອງເຖິງ 1 ຕື້ 223 ລ້ານ​ຢວນ,​ ທຽບ​ໃສ່​ໄລຍະ​ດຽວ​ກັນ​ປີ 2015 ​ເພີ່ມ​ຂຶ້ນ 134%,​ ຂະນະ​ທີ່ການ​ຂົນ​ສົ່ງ​ສິນຄ້າກໍ​ບັນລຸ 7,39 ​ໂຕນ,​ ທຽບ​ໃສ່​ໄລຍະ​ດຽວ​ກັນຂອງ​ປີ 2015 ​ເພີ່ມ​ຂຶ້ນ 56%, ນອກ​ນີ້​ຍັງ​ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່ມີ​ປະຊາຊົນຕາມ​ຊາຍ​ແດນ​ເຂົ້າ​ຕະຫຼາດຊາຍແດນ 1 ແສນ 5 ໝື່ນ 4 ພັນ 8 ຮ້ອຍເທື່ອຄົນ,​ ທຽບໃສ່ໄລຍະດຽວກັນປີ 2015 ເພີ່ມຂຶ້ນ 127%.​ ທັງ​ນີ້​ໃນ​ແຕ່​ລະ​ມື້​ຢູ່​ດ່ານ​ພາສີ​ເຫີ​ໂຄ​ວມີ​ປະຊາຊົນ​ທີ່ອາ​ໄສ​ຢູ່​ຕາມຊາຍ​ແດນ​ປະມານ 700 ຄົນ​ເຂົ້າ​ຮ່ວມຊື້​ຂາຍ​ໃນ​ຕະຫຼາດ​ຊາຍ​ແດນ,​ ສົ່ງ​ຜົນ​ເຣັດ​ໃຫ້​ສ້າງ​ ລາຍ​ຮັບ​ສະ​ເລ່ຍຕາມ​ຫົວ​ຄົນ​​​ເພີ່ມ​ຂຶ້ນ 3000 ກວ່າ​ຢວນ.

ພາຍຫຼັງ​ປະສົບຜົນ​ສຳ​ເລັດ​​ໃນ​ການ​ເປີດຈຸດ​ທົດ​ລອງ​ເຫີ​ໂຄ​ວ,​ ດ່ານ​ພາສີ​ຄຸນ​ມິ​ງກໍ​​ໄດ້​ ​ຊຸກຍູ້​ການປະ​ຕິ​ຮູບ​ຕະຫຼາດ​ຊາຍ​ແດນ​ໃນ​ທ້າຍ​ປີຜ່ານມາ, ທັງຈະ​​ເຜີຍ​ແຜ່​ການ​ປະຕິ​ຮູບ​ຕະຫຼາດ​ຊາຍ​ແດນ​​ໃນ​ທົ່ວ​ແຂວງ​ຢຸນນານ​ເທື່ອ​ລະ​ກ້າວ,​ ​ເພື່ອ​ປະຕິບັດ​ນະ​ໂຍບາຍຂອງ​ຊາດ​ຄື "​ ​ເຮັດ​ໃຫ້​​ເຂດ​ຊາຍ​ແດນຈະ​ເລີ​ນຮຸ່ງ​ເຮືອງ​ແລະ​​ປະຊາຊົນຕາມ​ຊາຍ​ແດນຮັ່ງມີຂຶ້ນ".
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ