ຊີຣີຍິນ​ດີ​ຕໍ່ທຸກ​ຂໍ້​ລິ​ເລີ່​ມທີ່​ສາມາດ​ສ້າງສັນ​ຕິ​ພາບ​ແລະ​ສະຖຽນ​ລະ​ພາບ
2017-01-23 16:18:44  cri 
    ຕາມ​ຂ່າວສານ​ຊິນ​ຮວາ: ທ່ານ ອີ​ມັດ ຮາມ​ມິ​ສ ນາຍົກລັດຖະມົນຕີຊີຣີກ່າວ​ໃນ​ວັນ​ທີ 22 ມັງກອນ​ນີ້​ວ່າ, ລັດຖະບານ​ຕົນ​ຍິນ​ດີ​ຕໍ່ທຸກ​ຂໍ້​ລິ​ເລີ່​ມທີ່​ມີ​ຜົນ​ດີ​ຕໍ່​ການ​ຟື້ນ​ຟູ​ສັນຕິພາບ​ແລະ​ສະຖຽນ​ລະ​ພາບ​ທີ່​ຈະ​ສະ​ເໜີ​ໃນ​ການ​ເຈລະຈາ​ສັນຕິພາບຢູ່​ນະຄອນຫຼວງອັສທາ​ນາ​ປະ​ເທດ​ກາ​ຊັກ​ສະຖານ​ໃນ​ວັນ​ທີ 23 ມັງກອນ​ນີ້.

    ທ່ານ ຮາມ​ມິ​ສ​ ​ໄດ້​ໃຫ້​ສຳພາດ​ຕໍ່​ສື່​ມວນ​ຊົນ​ໃນ​ມື້​ດຽວ​ກັນ​ວ່າ, ລັດຖະບານ​ຕົນ​ມີ​ຄວາມພ້ອມແລະ​ຕັ້ງ​ໃຈ​ຕໍ່​ການ​ເຈລະ​ຈາ​ສັນຕິພາບ​ຄັ້ງນີ້ ​ເຊິ່ງ​ເປັນ​ການ​ເຈລະຈາ​ໂດຍ​ກົງ​ແບບ "​ເຊິ່ງໜ້າ" ຄັ້ງທຳ​ອິດ​ລະຫວ່າງ​ສອງ​ຝ່າຍ​ນັບ​​ແຕ່​ເກີດ​ວິ​ກິດ​ການ​ຊີຣີ​ເກືອບ 6 ປີຜ່ານມາ. ​ແນວ​ໃດ​ກໍ​ດີ, ລັດຖະບານ​ຕົນ​ຍິນ​ດີ​ຕໍ່ທຸກ​ຂໍ້​ລິ​ເລີ່​ມທີ່​ມີ​ລັກສະນະ​ສ້າງສັນ​​ໃນ​ການ​ຟື້ນ​ຟູ​ສັນຕິພາບ​ແລະ​ສະຖຽນ​ລະ​ພາບ​ຂອງ​ປະ​ເທດ.

    ຜູ້ຕາງໜ້າ​ລັດຖະບານ, ພັກ​ຝ່າຍ​ຕໍ່ຕ້ານ​ຕົ້ນຕໍ​ຂອງ​ຊີຣີ ​ແລະທູດ​ພິ​ເສດ​ບັນຫາ​ຊີຣີຂອງ​ອົງການ​ສະຫະ​ປະຊາ​ຊາດ ພ້ອມ​ດ້ວຍ​ຜູ້ຕາງໜ້າ​ຂອງຣັດ​ເຊຍ, ຕວກກີ ​ແລະ​ອີຣານ ​ເຊິ່ງ​ເປັນ​ສາມ​ຝ່າຍສ້າງ​ການ​ເຈລະຈາ​ຄັ້ງນີ້ ຈະ​ເຂົ້າຮ່ວມ​ການ​ເຈລະຈາ, ຂະນະ​ທີ່​ທ່ານ ຈອດ ​ໂຄຣນ ​ເອກ​ອັກຄະ​ລັດຖະທູດ​ອາ​ເມ​ລິ​ກາ​ປະຈຳ​ກາ​ຊັກ​ສະຖານ ກໍ​ຈະ​ເຂົ້າຮ່ວມ​​ໃນ​ນາມ​ເປັນ​ຜູ້​ສັງ​ເກດ​ການເຊັ່ນ​ດຽວ​ກັນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ