ສື່ມວນຊົນໄທລາຍງານວ່າ, ຫວ່າງມໍ່ໆມານີ້ ພາກໃຕ້ປະເທດຕົນໄດ້ປະສົບໄພແຫ້ງແລ້ງແລະໄພນ້ຳຖ້ວມຢ່າງຕໍ່ເນື່ອງກັນ ເຊິ່ງໄດ້ທຳລາຍການຜະລິດກະສິກຳເປັນຕົ້ນຢາງພາລາຂອງທ້ອງຖິ່ນດັ່ງກ່າວຢ່າງໜັກໜ່ວງ ສົ່ງຜົນເຮັດໃຫ້ຊາວສວນຢາງປະສົບຜົນເສຍຫາຍຢ່າງໜັກໜ່ວງ.
ອົງການຢາງພາລາໄທກ່າວວ່າ, ເນື່ອງຈາກປະສົບຜົນກະທົບຈາກໄພນ້ຳຖ້ວມທີ່ແຮງທີ່ສຸດຢູ່ພາກໃຕ້ໃນຮອບ 30 ປີມານີ້, ຄາດວ່າຜົນຜະລິດຢາງພາລາຂອງປະເທດຕົນ ຈະຫຼຸດລົງ 7,6% ຄືຈາກ 4 ລ້ານ 7 ແສນ 4 ໝື່ນໂຕນໃນເມື່ອກ່ອນ ລົງເປັນ 4 ລ້ານ 3 ແສນ 8 ໝື່ນໂຕນ.
ຂະນະດຽວກັນ, ຂ່າວສານຣອຍເຕີກໍໄດ້ລາຍງານວ່າ, ຍ້ອນຖືກຜົນກະທົບຈາກໄພນ້ຳຖ້ວມ, ລາຄາຢາງແຜ່ນທີ່ບໍ່ມີຄວັນຂອງແຂວງລີທຳມະຣາດ ໄດ້ສູງຂຶ້ນຢ່າງຕໍ່ເນື່ອງ ໂດຍບັນລຸເຖິງ 84,32 ບາດຕໍ່ກິໂລໃນວັນທີ 19 ມັງກອນນີ້ ເຊິ່ງເປັນລາຄາສູງສຸດໃນຮອບ 4 ປີຜ່ານມາ. ແຕ່ຊາວສວນຢາງຊ້ຳພັດບໍ່ໄດ້ຮັບໝາກຜົນໃນເລື່ອງນີ້. ແນວໃດກໍດີ, ມີການພະຍາກອນອາກາດວ່າ, ເຂດດັ່ງກ່າວ ຝົນຍັງຈະສືບຕໍ່ຕົກຈົນຮອດທ້າຍເດືອນນີ້.