ໄທ​ຈະ​ຈັດ​ກິດຈະກຳ​ວັດທະນະທຳ​ບຸນ​ກຸດ​ຈີນ 2017
2017-01-23 16:27:28  cri 
    ນະຄອນຫຼວງບາງກອກ​ຂອງ​ໄທ​ຈະ​ຈັດ​ກິດຈະກຳ​ວັດທະນະທຳ​ບຸນ​ກຸດ​ຈີນ 2017 ທີ່​​ໃຫຍ່​ໂຕ​ມະ​ໂຫລານ​ແຕ່​ວັນ​ທີ 25-29 ມັງກອນ​ນີ້ ​ເພື່ອ​ໃຫ້​ປະຊາຊົນ​ໄທ​ກໍ​ຄື​ນັກ​ທ່ອງ​ທ່ຽວ​ຈີນ​ແລະ​ຕ່າງປະ​ເທດ​ສາມາດ​ສຳ​ຜັດ​ກັບ​ວັດທະນະທຳ​ແບບ​ພິ​ເສດ.

    ທ່ານ ຍຸດ​ທະ​ສັກ ສະສິປະພາ ຫົວໜ້າ​ອົງການ​ທ່ອງ​ທ່ຽວ​ແຫ່ງ​ຊາດ​ໄທ ​ໃຫ້​ສຳພາດ​ຕໍ່​ສື່​ມວນ​ຊົນ​ວ່າ, ປີ 2017 ​ແມ່ນປີ​ຄົບຮອບ 42 ປີ​ແຫ່ງ​ການ​ສ້າງສາ​ຍສຳພັນ​ທາງ​ການ​ທູດ​ຈີນ-​ໄທ ​ແລະ​ກໍ​ແມ່ນ​ປີ​ທີ 13 ທີ່​ສອງ​ປະ​ເທດ​ຮ່ວມ​ກັນ​ຈັດ​ກິດຈະກຳ​ສະຫຼອງບຸນ​ກຸດ​ຈີນ. ​ທັງ​ນີ້ໄທ​ແມ່ນ​ໜຶ່ງ​ໃນ​ຕ່າງ​ປະ​ເທດ​ທີ່​ຈັດ​ກິດຈະກຳ​ສະຫຼອງບຸນ​ກຸດ​ຈີນ​ຂະໜາດ​ໃຫຍ່ ​​ໂດຍ​ໄດ້​ເພີ່ມຄວາມ​ເປັນ​​ເອກະລັກ​ໄທ​ຈຳນວນ​ໜຶ່ງ​ໃນ​ກິດຈະກຳ​ປີ​ນີ້​ໂດຍ​ສະ​ເພາະ ​ເປັນຕົ້ນການ​ຈັດ​ງານ​ສະ​ແດງ​ຊາວ​ໄທ​ເຊື້ອສາຍ​ຈີນ ​ແລະ​ເຊື້ອ​ເຊີນ​ອົງການ​ຈັດຕັ້ງຊາວ​ໄທ​ເຊື້ອ​ສາຍ​ຈີນ​ແລະ​ຈີນ​ຕ່າງ​ດ້າວ​​ໃນ​ທົ່ວ​ປະ​ເທດ​ມາ​ສະ​ແດງ​ວັດທະນະທຳ​ບຸນ​ກຸດ​ຈີນ​ທີ່​ພິ​ເສດ​ຂອງ​ຕົນ. ​ແນວ​ໃດ​ກໍ​ດີ ຫວັງ​ວ່າ ກິດຈະກຳ​ວັດທະນະທຳ​ແບບ​ນີ້ ຈະ​ເຮັດ​ໃຫ້​ຊາວ​ໄທ​ແລະ​ນັກ​ທ່ອງ​ທ່ຽວ​ປະ​ເທດ​ຕ່າງໆ​ໄດ້ສຳຜັດ​​ເປັນ​ແບບພິ​ເສດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ