ອິນ​ໂດ​ເນ​ເຊຍ​ຈະ​​ແກ້​ໄຂ​ການ​ເຂົ້າ​​ເມືອງຂອງ​ຊາວ​ອົບ​ພະຍົບງ່າຍ​ຂຶ້ນ
2017-01-23 16:32:04  cri 
    ຫວ່າງ​ມໍ່​ໆນີ້ ທ່ານ ​ໂຈ​ໂຄ ວິ​ໂດ​ໂດ ປະທານາທິບໍດີ​ອິນ​ໂດ​ເນ​ເຊຍ ​ໄດ້​ອອກດຳລັດກ່ຽວ​ກັບ​ບັນຫາ​ຊາວ​ອົບ​ພະຍົບ​ ​​ເພື່ອ​ເຮັດ​ໃຫ້​ຂັ້ນຕອນ​ຮ້ອງ​ຂໍ​ການ​ປົກ​ປ້ອງ​ງ່າຍ​ຂຶ້ນ ​ແລະ​ການ​ເຂົ້າ​ເມືອງ​ໃຫ້ງ່າຍ​ກວ່າ​ເກົ່າ.

    ຂ່າວ​ແຈ້ງວ່າ, ທ່ານ ​ໂຈ​ໂຄ ​ໄດ້​ລົງ​ນາມ​ໃນ​ດຳລັດ​ດັ່ງກ່າວ​ໃນ​ວັນ​ທີ 31 ທັນວາ​ປີຜ່ານມາ ​ແລະ​ເຈົ້າໜ້າ​ທີ່​ອິນ​ໂດ​ເນ​ເຊຍ​ກໍ​ສາມາດ​ຊ່ວຍ​ເຫຼືອຊາວ​ອົບ​ພະ​ຍົບທີ່​ສະ​ແຫວ​ງຫາ​ການ​ປົກ​ປ້ອງ 14.000 ຄົນ​ທີ່​ເຂົ້າ​ເມືອງ​ດົນ​ນານແຕ່​ບໍ່​ໄດ້​ຖືກ​ຈັດ​ສັນ​ມາ​ໂດຍ​ຕະຫຼອດນັ້ນຕາມ​ກົດໝາຍ. ​ແນວ​ໃດ​ກໍ​ດີ, ດຳລັດຂອງ​ປະທານາທິບໍດີສະບັບ​ດັ່ງກ່າວ​ບໍ່​ໄດ້​ປ່ຽນ​ແປງຫຼັກໝັ້ນຂອງ​ອິນ​ໂດ​ເນ​ເຊຍ​ທີ່​ບໍ່​ໄດ້​ລົງ​ນາມ​ໃນ "ສົນທິສັນຍາ​ວ່າ​ດ້ວຍ​ຖານະ​ຂອງ​ຊາ​ວອົບ​ພະຍົບ" ​ແຕ່​ລັດຖະບານ​ອິນ​ໂດ​ເນ​ເຊຍ​ຕ້ອງ​ຮັບຜິດຊອບ​ສົ່ງ​ຄືນຫຼືຈັດ​ສັນຊາວ​ອົບ​ພະຍົບ​ໃນ​ອະນາຄົດ.

    ກ່ອນ​ອອກດຳລັດ​ດັ່ງກ່າວ, ອິນ​ໂດ​ເນ​ເຊຍ​ພຽງ​ແຕ່​​ແກ້​ໄຂ​ບັນຫາ​ຊາວ​ອົບ​ພະຍົບ​ແລະ​ຜູ້​ສະ​ແຫວງ​ຫາ​ການ​ປົກ​ປ້ອງ​ຕາມ​ກົດໝາຍ​ການ​ພົວພັນ​ສາກົນ ​ເຊິ່ງ​ເຮັດ​ໃຫ້​ອົງການ​ລັດຫຼາຍ​ແຫ່ງ​ບໍ່​ຮູ້ຈະ​ຈັດຕັ້ງປະຕິບັດ​ແນວ​ໃດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ