ຢູ່​ຊາຍ​ແດນ​ຈີນ​ລາວ​ມຽນມາ​ສາມາດ​ຍຶດ​ຢາ​ເສບ​ຕິດ​ໄດ້ຫຼາຍກວ່າ 1 ​ໂຕນ​ໃນ​ປີ 2016
2017-01-23 16:35:26  cri 
    ຕາມ​ຂ່າວສານ​ຈີນ: ກອງ​ປ້ອງ​ກັນຊາ​ຍ​ແດນ​ກິ່ງ​ແຂວງ​ສິບ​ສອງ​ພັ່ນ​ນາ​ແຂວງ​ຢູນນານ ສປ ຈີນ​​ເປີດ​ເຜີຍ​ໃນ​ວັນ​ທີ 23 ມັງກອນ​ນີ້​ວ່າ, ​ປີ 2016 ຜ່ານມາ, ກອງ​ຕົນ​ສາມາດຍຶດ​ຢາ​ເສບ​ຕິດ​ໄດ້ 1,4 ​ໂຕນ​ກວ່າ ​ແລະ​ເປັນ​ປີ​ທີ 5 ທີ່​ຍຶດ​ຢາ​ເສບ​ຕິດ​ໄດ້ຫຼາຍກວ່າ 1 ​ໂຕນ​ຕິດຕໍ່​ກັນ.

    ​ປີ 2016 ຜ່ານ​ມາ, ກອງ​ປ້ອງ​ກັນຊາ​ຍ​ແດນ​ສິບ​ສອງ​ພັ່ນ​ນາສາ​ມາດ​ມ້າງ​ຄະດີ​ຢາ​ເສບຕິດ​ໄດ້ 331 ລາຍ, ຈັບ​ຜູ້​ຕ້ອງ​ຫາ 299 ຄົນ, ຍຶດ​ຢາ​ເສບ​ຕິດ​ປະ​ເພດ​ຕ່າງໆ​ໄດ້ 1401,4 ກິ​ໂລ, ສານ​ເຄມີ​ທີ່​ມັກ​ເຮັດ​ເປັນ​ຢາ​ເສບ​ຕິດ 100 ກິ​ໂລ, ​ເມັດ​ຢາຝິ່ນ 505 ກິ​ໂລ ​ແລະ​ເປືອກຢາຝິ່ນ 432 ກິ​ໂລ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ