ລົດ​​ໄຟ​ສາກົນ​ຈີນ-ຫວຽດນາມ​​ໄດ້​ອຳນວຍ​ຄວາມ​ສະດວກ​ຕໍ່​ການ​ຄ້າ, ການທ່ອງທ່ຽວ ​ແລະ ການ​ຢ້ຽມຢາມ​ຍາດຕິ​ພີ່ນ້ອງ
2017-01-24 11:22:28  cri 

ຂະ​ບວນລົດ​ໄຟສາກົນ​ຈີນ-ຫວຽດນາມ​ຖ້ຽວ T8702 ​ແຕ່​ນະຄອນຫຼວງຮ່າ​​ໂນ້ຍ ຫວຽດນາມ​ຫາ​ເມືອງ​ໜານ​ໜິງ​ເຂດ​ກວາງຊີ ສປ ຈີນ ​ໄດ້​​ເລີ່​ມບໍລິການຜູ້​​ໂດຍສານ​ໃນໄລຍະ​ບຸນ​ກຸດ​ຈີນ ​ໂດຍ​ໃນ​ວັນ​ທີ 23 ມັງກອນ​ນີ້, ​ຢູ່​ຂະ​ບວນລົດ​ໄຟ​ມີຜູ້​ໂດຍສານ​​ໃຊ້​ບໍລິການ​ຢ່າງ​ໜາ​ແໜ້ນ.

ທ່ານ​ຢາງຫຼິວ​ເສິງ ຫົວໜ້າ​ກອງ​ລົດ​ສາກົນ​ຂົນ​ສົ່ງ​ຜູ້​ໂດຍສານ​ໜານ​ໜິງ ພະ​ແນ​ກທາງ​ລົດ​ໄຟ​ໜານ​ໜິງຈີນ ​ໄດ້​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ວ່າ: ​ໃນຂະ​ບວນລົດ​ໄຟ​ຖ້ຽວ T8701 ຈາກ​ເມືອງ​ໜານ​ໜິງ​ໄປ​ສູ່​ ຢາ​ເລິ​ມ ນະຄອນຫຼວງຮ່າ​ໂນ້​ຍ ​​ໃນ​ວັນ​ທີ 22 ມັງກອນ​ນີ້​​ມີຜູ້​ໂດຍສານ 110 ຄົນ ​ແລະ​ໃນ​ໄລຍະ​ນີ້​ໄດ້​ມີຜູ້​ໂດຍສານ​ເຂົ້າອອກ​ເມືອງ​​ເປັນ​ຈຳນວນຫຼາຍ​ໃຊ້​ບໍລິການ​ຂະ​ບວນລົດ​ໄຟ​ສາກົນ​ຈີນ-ຫວຽດນາມ. ຂະນະ​ດຽວ​ກັນ ​​ໃນໄລຍະ 10 ວັນຜ່ານມານັ້ນ, ຂະ​ບວນລົດ​ໄຟ​ດັ່ງກ່າວສາມາດ​ບໍລິການຂົນ​ສົ່ງ​ຜູ້​ໂດຍສານ​​ໄດ້​ແລ້ວ 2.024 ​ເທື່ອ​ຄົນ​.

ທ່ານ​ຢາງຫຼິວ​ເສິງ ກ່າວ​ຕື່ມ​ວ່າ: ສຳລັບ​ປີ້​ລົດ​ໄຟ​ ​ແຕ່​ເມືອງ​ໜານ​ໜິງ ຫາ​ ຢາ​ເລິ​ມຮ່າ​ໂນ້​ຍ ມີ​ລາຄາພຽງ​ແຕ່ 215 ຢວນ​ເທົ່າ​ນັ້ນ. ທີ່​ສຳຄັນ, ນັບ​ແຕ່​ເປີດ​ບໍລິການ​ຕະຫຼອດ 8 ປີຜ່ານມາ, ຂະ​ບວນລົດ​ໄຟ​ດັ່ງກ່າວ​ໄດ້​ອຳນວຍ​ຄວາມສະດວກ​​​ໃຫ້​ແກ່​ການ​ຄ້າ, ການທ່ອງທ່ຽວ ​ແລະ ການ​ຢ້ຽມຢາມ​ຍາດຕິ​ພີ່ນ້ອງ​ລະຫວ່າງ​ປະຊາຊົນ​ສອງ​ຊາດ​ຈີນ​ແລະ​ຫວຽດນາມ​ໄດ້​ເປັນ​ຢ່າງ​ດີ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ