ຣັດ​ເຊຍ​ຢືນຢັນ​ຈະ​ສືບ​ຕໍ່​ປັບປຸງ​ການ​ທະຫານ​ຢູ່​​ໝູ່ເກາະກູຣິນ​ໃຕ້
2017-01-24 11:26:20  cri 

ທ່ານ​ຟຣານສ໌ ຄລິນ​ເຊ​ວິກ ຮອງ​ປະທານ​ຜູ້​ທີ​ໜຶ່ງ​ຄະນະ​ກຳມາ​ທິການ​ປ້ອງ​ກັນ​ປະ​ເທດ​ແລະ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ ຄະນະ​ກຳມະການ​ສະຫະພັນຣັດ​ເຊຍ ກ່າວ​ໃນ​ວັນ​ທີ 23 ມັງກອນ​ນີ້​ວ່າ: ບໍ່​ວ່າ​ຜູ້ນຳ​ຍີ່ປຸ່ນ ຫຼື ປະ​ເທດ​ອື່ນ​​ໄດ້ຖະ​ແຫຼງ​ຫຍັງ​ອອກ​ມາກໍ​ຕາມ, ຣັດ​ເຊຍ​ກໍ​ຈະ​ສືບ​ຕໍ່​ປັບປຸງການ​ທະຫານ​ຢູ່​ໝູ່ເກາະກູຣິນ​ໃຕ້ (ຍີ່ປຸ່ນ​ເອີ້ນ​ວ່າ 4 ​ເກາະ​ພາກ​​ເໜືອ) ​ເພື່ອ​ຮັບປະກັນ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດຂອງປະ​ເທດ​ຕົນ.

ທ່ານ​ຄລິນ​ເຊ​ວິກ ກ່າວ​ຕື່ມ​ວ່າ: ​ເຂດ​ຕາ​ເວັນ​ອອກ​ໄກ​ບໍ່​ແມ່ນ​ເຂດ​ໜຶ່ງ​ທີ່​ມີ​ຄວາມ​ສະຫງົບ ​​ແຕ່​ມີ​ຄວາມ​ສຳຄັນຫຼາຍຕໍ່​ປະ​ເທດ​ຕົນ​ຈາກ​ມຸມ​ຄວາມ​ໝັ້ນຄົງ. ຂະນະ​ດຽວ​ກັນ ກໍ​ເຫັນ​ວ່າ ຍີ່ປຸ່ນ​ພວມ​​ໄປຕາມ​ແນວທາງຂອງ​ອາ​ເມ​ລິ​ກາ​ຢ່າງ​ໃກ້ຊິດ ຈົນ​​ເສຍ​ແນວ​ຄິດ​ທີ່​​ເປັນປົກກະຕິ​ແລ້ວ.

ທ່ານ​ວະລາ​​ດີເມຍ ປູ​ຕິນ ປະທານາທິບໍດີຣັດ​ເຊຍ ​ໄດ້​ຢ້ຽມຢາມ​ຍີ່ປຸ່ນ​ຢ່າງ​ເປັນ​ທາງ​ການ​ໃນ​ເດືອນ​ທັນວາ​ປີຜ່ານມາ, ​ແຕ່​ສອງ​ຝ່າຍ​ບໍ່​​ມີ​ຄວາມ​ຄືບ​ໜ້າ​​​ໃນ​ບັນຫາ​ດິນ​ແດນ ​ແລະ ສົນທິສັນຍາ​ສັນຕິພາບ​ແຕ່​ຢ່າງ​ໃດ. ຂະນະ​ທີ່​ກ່ອນ​ໜ້າ​ນີ້, ການ​ຢ້ຽມຢາມ​ຍີ່ປຸ່ນ​ຂອງ​ທ່ານ​ປູ​ຕິນທີ່​​ເດີມ​ນັ້ນ​ເມື່ອ​ປີ 2014 ​​ແຕ່​ກໍໄດ້​ເລື່ອນ​ເວລາ​ມາຫຼາຍ​ເທື່ອ ຈົນ​ຮອດ​​ເດືອນ​ທັນວາ​ປີຜ່ານ​ມາ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ