ທ້າຍ​ປີ​ນີ້, ໂຮງ​ໄຟຟ້າ​ອາຍ​ແກັສທຳ​ມະ​ຊາດ​ມຽນມາ​​ຈະ​ສະໜອງ​ໄຟຟ້າ​ຢ່າງ​ເປັນ​ທາງ​ການ
2017-01-24 11:34:39  cri 

​ເຈົ້າໜ້າ​ທີ່​ຂັ້ນສູງ​ຂອງ​ໂຄງການ​ໂຮງ​ໄຟຟ້າ​ອາຍ​ແກັສທຳ​ມະ​ຊາດ​ທາ​ເກ​ຕາ ນະຄອນ​ຢາງ​ກຸ້ງ ທີ່​ຈີນ​ແລະ​ມຽນມາ​ຮ່ວມ​ລົງທຶນ​ກໍ່ສ້າງ​ ກ່າວ​ວ່າ: ​ໂຮງ​ໄຟຟ້າ​ດັ່ງກ່າວ​ຈະ​ເລີ່​ມສະໜອງ​ໄຟຟ້າ​ໃຫ້​ແກ່​ນະຄອນ​ຢາງ​ກຸ້ງ​ແລະ​ແຂວງ​ຢາງ​ກຸ້ງກ່ອນ​ທ້າຍ​ປີ​ນີ້ ​ເຊິ່ງຈະ​ເປັນ​ການ​ແກ້​ໄຂ​ການ​ຂາດ​ເຂີນ​ໄຟຟ້າ​ໃຊ້​ຢູ່​ເຂດ​ດັ່ງກ່າວ​​ໄດ້​ສ່ວນ​​ໃດ​ໜຶ່ງ.

​ ທ່ານ​ຕົງ​ຝານ ຜູ້ອຳນວຍການ​ໃຫຍ່​ປະຈຳ​ໂຄງການ​ໂຮງ​ໄຟຟ້າ​ທາ​ເກ​ຕາ ກ່າວ​ໃນ​ວັນ​ທີ 22 ມັງກອນ​ນີ້​ວ່າ: ກຳລັງ​ຕິດຕັ້ງ​ເຄື່ອງ​ຈັກ​ຜະລິດ​ໄຟຟ້າຂອງ​ໂຄງ​ການ​ນີ້​ຈະ​ບັນລຸ 72 ​ເມ​ກາ​ວັດ​ກ່ອນ​ທ້າຍ​ປີ​ນີ້ ​ແລະ ຈະ​ເພີ່ມ​ຂຶ້ນ​ອີກ 34 ​ເມ​ກາ​ວັດ​ເມື່ອ​ຮອດ​ເດືອນ​ກຸມພາ​ປີໜ້າ ​ເຊິ່ງ​ເປັນ​ເປົ້າໝາຍ​ການ​ກໍ່ສ້າງ​ ໄລຍະ​ໜຶ່ງຂອງໂຄງການ​.

ທ່ານຕົງ​ຝານ ກ່າວ​ຕື່ມ​ວ່າ: ມຽນມາມີ​ປະລິມານ​ສະ​ສົມ​ອາຍ​ແກັສທຳ​ມະ​ຊາດ​ຢ່າງຫຼວງຫຼາຍ, ຂະນະ​ທີ່​ການ​ຜະລິດ​ໄຟຟ້າ​ດ້ວຍ​ອາຍ​​ແກັສທຳ​ມະ​ຊາດ​ກໍ​ແມ່ນ​ຮູບ​ການ​ຜະລິດ​ໄຟຟ້າ​ທີ່​​ອ່າວເໝາະ​ສົມ​ກັບ​ເງື່ອນ​ໄຂ​ຂອງ​ປະ​ເທດ​ນີ້​ໃນ​ປັດຈຸບັນ ​ແລະ​ກໍ​ແມ່ນ​ຮູບການສະໜອງ​ພະລັງງານ​ໄຟຟ້າ​ທີ່​ໄດ້​ຮັບ​ການ​ເຫັນ​ດີ​ຈາກ​ລັດຖະບານ​ແລະ​ປະຊາຊົນ​ມຽນມາ​.

ໂຮງ​ໄຟຟ້າ​ດັ່ງກ່າວ​ຕັ້ງຢູ່​ພາກ​ຕາ​ເວັນ​ອອກ​​ເມືອງ​ຢາງ​ກຸ້ງ ຫ່າງ​ຈາກ​ໃຈກາງ​ເມືອງ 10 ກິ​ໂລ​ແມັດ ​ແລະ​​ຫ່າງ​ຈາກ​ເຂດ​ເສດຖະກິດ​ພິ​ເສດ​ທີລາ​ວາ 16 ກິ​ໂລ​ແມັດ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ