ຈະ​ອອກ​ອາກາດ​ງານ​ລາຕີ​ສະຫຼອງບຸນ​ກຸດ​ຈີນ​ຢູ່​ພາຍ​ໃນປະ​ເທດ​​ແລະ​ອາ​ຊຽນ
2017-01-24 15:39:32  cri 

ຫຼັງສະຖານີ​​ໂທລະພາບ​ໜານ​ໜິງກວາງຊີໄດ້ສຳ​ເລັດການຖ່າຍ​ທຳ​ງານ​ລາຕີ​ສະຫຼອງບຸນ​ກຸດ​ຈີນ​ຂ້າມ​ຊາດ "ທຳນອງ​ລະດູບານ​ໃໝ່ 2017" ​ ຫວ່າງ​ມໍ່ໆ​ນີ້ ກໍ​ຈະ​ເລີ່​ມ​ອອກ​ອາກາດ​ກ່ອນໝູ່ຢູ່​ສະຖານີ​ໂທລະພາບ​ດັ່ງກ່າວ​ໃນ​ວັນ​ທີ 26 ມັງກອນ​ນີ້, ຂະນະ​ທີ່​ສື່​ມວນ​ຊົນ​ຮ່ວມ​ມື​ຕ່າງປະ​ເທດ ​ເປັນຕົ້ນ​ໂທລະພາບ​ຂອງ​ບັນດາ​ປະ​ເທດ​ໃນ​ອາ​ຊຽນ ກໍ​ຈະ​ອອກ​ອາກາດ​ໃນ​​ໄລຍະ​​ທີ່​ມີ​ຜູ້​ຕິດຕາມ​​ຊົມຫຼາຍທີ່​ສຸດ​ໃນ​ໄລຍະ​ບຸນ​ກຸດ​ຈີນ.

ຂ່າວ​ແຈ້ງວ່າ, ງານລາ​ຕີ​ສະຫຼອງບຸນ​ກຸດ​ຈີນ​ປີ​ນີ້​ຈະ​ປະກອບ​ດ້ວຍ 29 ລາຍການ​ທີ່​ໜ້າຕິດຕາມ ​ແລະ​ຕົ້ນຕໍ​ແມ່ນ​ລາຍການ​ຟ້ອນ​ແລະ​ຮ້ອງ​ເພງ ທັງມີນັກ​ການ​ເມືອງ​ທີ່​ສຳຄັນ​ຂອງ​ປະ​ເທດ​ຕ່າງໆອອກ​ມາ​ອວຍພອນ​ປີ​ໃໝ່​ລະຫວ່າງ​ລາຍການ.

"ທຳນອງ​ລະດູບານ​ໃໝ່" ​ແມ່ນ​ຫົວ​ຂໍ້​ປະຈຳ​ງານ​ລາຕີ​ສະຫຼອງບຸນ​ກຸດ​ຈີນຂ້າມ​ຊາດ​ໃນ​ແຕ່ລະ​ປີ ​ແລະ​​ປີ​ນີ້​ເປັນ​ປີ​ທີ 10 ແລ້ວ. ຂະນະ​ທີ່​ງານ​ລາຕີ​ດັ່ງກ່າວ​ຖື​ເອົາ​ວັດທະນະທຳທີ່​ເປັນ​ມູນ​ເຊື້ອ​ເປັນ​ສາຍສຳພັນ ​ເຊິ່ງ​ໄດ້​ເຮັດ​ໃຫ້​ປະຊາຊົນ​ຈີນ​ແລະ​ບັນດາ​ປະ​ເທດ​ໃນ​ອາ​ຊຽນ​ເຂົ້າ​ໃຈ​ກັນຫຼາຍຍິ່ງ​ຂຶ້ນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ