ລັດຖະບານ​ຊີຣີຕຳ​ໜິຝ່າຍ​ຕໍ່ຕ້ານ​ລັດຖະບານ​ປົກ​ປ້ອງກຸ່ມ​ຫົວ​ຮຸນ​ແຮງ
2017-01-24 11:57:03  cri 
ວັນ​ທີ 23 ມັງກອນ​ນີ້, ທ່ານ ບາ​ຊາ ຈາ​ຟາຣີ ຫົວໜ້າ​ຄະນະ​ຜູ້​ແທນ​ລັດຖະບານ​ຊີຣີກ່າວ​ຢູ່​ນະຄອນຫຼວງ​ອານ​ມາ​ອາ​ຕາປະ​ເທດກາ​ຊັກ​ສະຖານ​ ​ວ່າ: "​ແນວ​ໂຮມ​ Jabhat Fateh al-Sham" ​ໄດ້​ຖືກ​ອົງການ​ສະຫະ​ປະຊາ​ຊາດ​ຈັດ​​ເຂົ້າ​ໃນອົງການ​ກໍ່​ການ​ຮ້າຍ ​ແລະ ກອງທັບ​ລັດຖະບານ​ຊີຣີພວມ​​ໃຊ້​ກຳລັງການ​ທະຫານຕໍ່​ສູ້​ກັບອົງການ​ດັ່ງກ່າວ, ​ແຕ່​ຄະນະ​ຜູ້​ແທນ​ຝ່າຍ​ຕໍ່ຕ້ານ​ລັດຖະບານ​ຊີຣີພັດ​ເຫັນ​ວ່າ​ແນວ​ໂຮມ​ດັ່ງກ່າວ​ບໍ່​ແມ່ນ​ອົງການ​ກໍ່​ການ​ຮ້າຍ. ນອກ​ນີ້, ກໍ່ໄດ້​ຕຳ​ໜິກຸ່ມ​ປະກອບ​ອາວຸດ​ຕໍ່ຕ້ານ​ລັດຖະບານ​ທີ່ບໍ່ປະຕິບັດ​ຕາມ​ສັນຍາ​ວ່າ​ດ້ວຍ​ການ​ຢຸດ​ຍິງ ​ແລະ​ໄດ້​ບິດ​ເບືອ​​ນ​ເນື້ອ​ໃນ​ສັນຍາ​ວ່າ​ດ້ວຍ​ການ​ຢຸດ​ຍິງ.

ຂະນະ​ດຽວ​ກັນ,ທ່ານ ຈາຣານ ອາ​ລຸ​ສ໌ຮ໌ ຫົວໜ້າ​ຄະນະ​ຜູ້​ແທນ​ຝ່າຍ​ຕໍ່ຕ້ານ​ລັດຖະບານ​ຊີຣີ​ໄດ້​ຮຽກຮ້ອງ​ໃຫ້​ກຸ່ມ​ປະກອບ​ອາວຸດ​ຕ່າງປະ​ເທດ​ທີ່​ອີຣານສະໜັບສະໜູນ​ຖອນ​ອອກ​ຈາກ​ຊີຣີ, ຖ້າ​ບໍ່​ດັ່ງ​ນັ້ນ "ການ​ປະຕິບັດສັນຍາ​ວ່າ​ດ້ວຍ​ການ​ຢຸດ​ຍິງກໍ​ຈະ​ປະສົບ​ຄວາມ​ຫຍຸ້ງຍາກ". ທີ່​ສຳຄັນ, ​ທ່ານ ບາ​ຊາ ອານ​ອາ​ຊັດ ປະທານາທິບໍດີ​ຊີຣີຕ້ອງລາ​ອອກ​ຈາກ​ຕຳ​ແໜ່​ງ ​ແລະກຸ່ມ​ປະກອບ​ອາວຸດ​ຕ່າງປະ​ເທດ​ທີ່​ອີຣານສະໜັບສະໜູນ​ຖອນ​ອອກ​ຈາກ​ຊີຣີຈຶ່ງ​ຈະສາມາດ​​ເລີ່​ມ​ຂະ​ບວນການ​ທາງ​ການ​ເມືອງ​ຂອງ​ຊີຣີ​ໄດ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ