ອົງການ​ສະຫະ​ປະຊາ​ຊາດ​ຈະ​ເພີ່ມ​ທະວີ​ການ​ປົກ​ປ້ອງ​​ຜູ້​ເຜີຍ​ແບການ​ກະທຳ​ທີ່​ບໍ່​ຖືກຕ້ອງ
2017-01-24 16:34:34  cri 
ວັນ​ທີ 23 ມັງກອນ​ນີ້, ທ່ານ​ ສຕີ​ເຟັນ ດູ​ຈາຣິກ ​ໂຄສົກ​ເລຂາທິການ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ​ກ່າວ​ວ່າ: ທ່ານ ອັນ​ໂຕ​ນີ​ໂອ ກູ​ເຕີຣິສ ​ເລຂາທິການ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ​ໄດ້​ອະນຸມັດ​ນະ​ໂຍບາຍ​ເພີ່ມ​ທະວີ​ການ​ປົກ​ປ້ອງ​ຜູ້​ເຜີຍ​ແບ​ການ​ກະທຳ​ທີ່​ອາດ​ຈະບໍ່​ຖືກຕ້ອງ​ຢູ່​ໃນ​ລະບົບ​ອົງການ​ສະຫະປະຊາ​ຊາດຫຼື​ຜູ້​ພິຈາລະນາ​ແລະ​ການ​ສືບສວນ, ​ເຊິ່ງນະ​ໂຍບາຍ​ດັ່ງກ່າວ​ໄດ້​ຮັບ​ຄວາມ​ເຫັນ​ດີ​ຈາກ​ພະນັກງານ​ແລະ​ຜູ້​ບໍລິຫານ​ງານ​ຂອງ​ອົງການ​ສະ​ຫະປະຊາ​ຊາດ​ແລ້ວ.

ຈາກ​ນະ​ໂຍບາຍ​ດັ່ງກ່າວ,ຫ້ອງການ​​ເພື່ອຄຸນ​ສົມ​ບັດແລະ​ຈັນ​ຍາ​ທຳ​ແລະ ພະ​ແນ​ກວຽກ​ງານ​ຕິດຕາມ​ພາຍ​ໃນ​ຂອງອົງການ​ສະຫະ​ປະຊາ​ຊາດ​ ​ສາມາດ​ໃຊ້​ມາດ​ຕະການ​ປ້ອງ​ກັນ​ລ່ວງໜ້າຢ່າງ​ທັນ​ການ ເພື່ອ​ບໍ່​ໃຫ້ຜູ້​ເຜີຍ​ແບ​ຖືກ​ແກ້​ແຄ້ນ. ຂະນະ​ດຽວ​ກັນນະ​ໂຍບາຍ​ດັ່ງກ່າວ​ຍັງ​ໄດ້​​ເພີ່ມ​ຂອບ​ເຂດ​ຂອງ​ຜູ້​ທີ່​ໄດ້​ຮັບ​ການ​ປົກ​ປ້ອງ​ກວ້າງ​ອອກ​ອີກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ