ແຜ່ນດິນ​ໃຫຍ່​ຈີນ​ກາຍ​ເປັນ​​ແຫຼ່ງລົງທຶນ​​ໃຫຍ່​ທີ່​ສຸດ​ຂອງ​ກຳປູ​ເຈຍ
2017-01-24 16:35:45  cri 
ກຳປູ​ເຈຍ​ໄດ້​ເຜີຍ​ແຜ່​ບົດ​ລາຍ​ງານ​ການ​ລົງທຶນ​ໂດຍ​ກົງ​ຈາກ​ຕ່າງປະ​ເທດ​(FDI)ປີ 2016 ຫຼ້າ​ສຸດ​​ໂດຍ​ຊີ້ໃຫ້​ເຫັນ​ວ່າ: ຍອດ​ມູນ​ຄ່າການ​ລົງທຶນ​ໂດຍ​ກົງ​ຈາກ​ຕ່າງປະ​ເທດຢູ່ປະ​ເທດ​ຕົນ​​ມີ​ເຖິງ 2 ຕື້ 155 ລ້ານ​ໂດ​ລາ​ສະຫະລັດ,​ໃນ​ນີ້​​ແຜ່ນດິນ​ໃຫຍ່​ຈີນ​ແມ່ນ​​ແຫຼ່ງລົງທຶນ​​ໃຫຍ່​ທີ່​ສຸດ​ ​ເຊິ່ງມີຍອດ​ມູນ​ຄ່າ​ເຖິງ 511 ລ້ານ​ໂດ​ລາ​ສະຫະລັດ, ຂະນະ​ທີ່​ເຂດ​ບໍລິຫານ​ພິ​ເສດ​ຮົງ​ກົງ​​ເປັນ​ອັນ​ດັບ​ສອງ.

ບົດ​ລາຍ​ງານ​ດັ່ງກ່າວ​ທີ່ເຜີຍ​ແຜ່​ໂດຍ​ທະນາຄານ​ກາງ​ກຳປູ​ເຈຍ​ຫຼື NBC ​ສະ​ແດງ​ໃຫ້​ເຫັນ​ວ່າ: ​​ມູນ​ຄ່າ​ການ​ລົງທຶນ​ຈາກເຂດ​ບໍລິຫານ​ພິ​ເສດ​ຮົງ​ກົງ​ຈີນ​​ມີ​ເຖິງ 237 ລ້ານ​ໂດ​ລາ​ສະຫະລັດ, ຖັດມາ​ແມ່ນ​ຫວຽດນາມ,ຍີ່ປຸ່ນ,ສິງກະ​ໂປ,ອັງກິດ,ອາ​ເມ​ລິ​ກາ,ໄຕ້​ຫວັນ​ຈີນແລະ​ໄທ. ​ໂດຍ​ການ​ລົງທຶນ​ໂດຍ​ກົງ​ຈາກ​ຕ່າງປະ​ເທດ​ຕົ້ນຕໍ​​​ແມ່ນ​ຂົງ​ເຂດ​ການ​​ເງິນ​ເຊິ່ງ​ກວມ​ເອົາ 25%, ຫັດຖະກຳ​ແລະ​ອຸດສາຫະກຳ​ກວມ 18%, ກະສິກຳ​ກວມ 11% ​ແລະ​ອື່ນໆ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ