ຈີນ​​ແລະ​ຟີ​ລິບ​ປີນ​ຕົກລົງ​​ຮ່ວມ​ມື​ພັດທະນາ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ໃນ​ມູນ​ຄ່າ 3 ຕື້ 700 ລ້ານ​ໂດ​ລາ
2017-01-24 16:44:43  cri 
ເພື່ອ​ປະຕິບັດ​ຕາມ​ໝາກຜົນ​ແລະ​ຄວາມ​ເຫັນ​ເອກະ​ພາບ​ກັນ​ຂອງ​ຜູ້ນຳ​ຈີນ​ແລະ​ຟີ​ລິບ​ປີນ​ ​ເມື່ອ​ປີຜ່ານ​ມາ,​ ຄະນະ​ຜູ້​ແທນ​ຈີນ​ແລະ​ຟີ​ລິບ​ປີນ​ໄດ້ພົບ​ປະ​ຫາລື​ກັນ​ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ​ແລະ​ຫຼັງ​ການ​ຫາລື​ກໍ​ໄດ້​ຕົກລົງປະຕິບັດ​ໂຄງການ​ຮ່ວມ​ມື​ພັດທະນາ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ທີ່​ມີ​ມູນ​ຄ່າ 3 ຕື້ 700 ລ້ານ​ໂດ​ລາ.

ທ່ານ​ກ່າວ​ຫູ້​ເສີງ ລັດ​ຖະມົນຕີ​ກະຊວງ​ການ​ຄ້າ​ຈີນກ່າວຫຼັງ​ພົບ​ປະ​ໃນ​ວັນ​ທີ 23 ມັງກອນ​ນີ້​ວ່າ,​ ສອງ​ຝ່າຍ​ໄດ້​ກ້າວ​ເຖິງ​ຄວາມ​ເປັນ​ເອກະ​ພາບ​ກັນ​ກ່ຽວ​ກັບ​ລະບຽບການ​ແລະ​ຫຼັກ​ເກນປະຕິບັດ​ໂຄງການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ໃນ​ຂັ້ນ​ພື້ນຖານ. ​ແລະ​ກໍຫວັງ​ວ່າ​ສອງ​ຝ່າຍ​ຈະສາມາດ​ລົງ​ນາມ​ໃນ​ເອກະສານ​ສຳຄັນ​ສະບັບ​ນີ້​ກ່ອນ​ຄະນະ​ຜູ້​ແທນ​ຟີ​ລິບ​ປີນ​ກັບ​ຄືນ​ປະ​ເທ​ດ. ​ທັງ​ນີ້ເອກະສານ​ສະບັບ​ດັ່ງກ່າວ​ຈະ​ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ໃນ​ຂົງ​ເຂດ​ກາ​ນກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ,​ ຄົມມະນາຄົມ,​ ທາງ​ຫຼວງ,​ ສື່ສານ​ໂທລະ​ຄົມ, ທາງ​ລົດ​ໄຟ,​ ຊົນລະປະທານ,​ ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ໃຫ້​ສະດວກ​ກວ່າ​ເກົ່າ​ແລະ​​ໂປ່​ງ​ໃສ​ກວ່າ​ເກົ່າ. ປັດຈຸບັນ​, ​ແຜນ​​ພັດທະນາ​ລະຫວ່າງ​ສອງ​ປະ​ເທດ​​ໃນ​ໄລຍະ 6 ປີໃກ້​ຈະ​ສຳ​ເລັດ,​ ​ເຊິ່ງຫວັງ​ວ່າ​ສອງ​ປະ​ເທດຈະ​ສາມາດ​ລົງ​ນາມ​ໃນ​ແຜນ​​ດັ່ງກ່າວ​ໃນ​ກອງ​ປະຊຸມ​ສະມາຄົມ​ການ​ຄ້າ​ຈີນ​ຟີ​ລິບ​ປີນ​ຄັ້ງ​ທີ 28 ທີ່​ຈະ​ຈັດ​ຂຶ້ນ​ຢູ່​ນະຄອນຫຼວງ​ມະ​ນີລາ​ໃນ​ເດືອນ​ໜ້າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ