ເພື່ອປະຕິບັດຕາມໝາກຜົນແລະຄວາມເຫັນເອກະພາບກັນຂອງຜູ້ນຳຈີນແລະຟີລິບປີນ ເມື່ອປີຜ່ານມາ, ຄະນະຜູ້ແທນຈີນແລະຟີລິບປີນໄດ້ພົບປະຫາລືກັນຢູ່ນະຄອນຫຼວງປັກກິ່ງແລະຫຼັງການຫາລືກໍໄດ້ຕົກລົງປະຕິບັດໂຄງການຮ່ວມມືພັດທະນາຊີວິດການເປັນຢູ່ຂອງປະຊາຊົນທີ່ມີມູນຄ່າ 3 ຕື້ 700 ລ້ານໂດລາ.
ທ່ານກ່າວຫູ້ເສີງ ລັດຖະມົນຕີກະຊວງການຄ້າຈີນກ່າວຫຼັງພົບປະໃນວັນທີ 23 ມັງກອນນີ້ວ່າ, ສອງຝ່າຍໄດ້ກ້າວເຖິງຄວາມເປັນເອກະພາບກັນກ່ຽວກັບລະບຽບການແລະຫຼັກເກນປະຕິບັດໂຄງການຮ່ວມມືລະຫວ່າງສອງປະເທດໃນຂັ້ນພື້ນຖານ. ແລະກໍຫວັງວ່າສອງຝ່າຍຈະສາມາດລົງນາມໃນເອກະສານສຳຄັນສະບັບນີ້ກ່ອນຄະນະຜູ້ແທນຟີລິບປີນກັບຄືນປະເທດ. ທັງນີ້ເອກະສານສະບັບດັ່ງກ່າວຈະຊຸກຍູ້ການຮ່ວມມືລະຫວ່າງສອງປະເທດໃນຂົງເຂດການກໍ່ສ້າງພື້ນຖານໂຄງລ່າງ, ຄົມມະນາຄົມ, ທາງຫຼວງ, ສື່ສານໂທລະຄົມ, ທາງລົດໄຟ, ຊົນລະປະທານ, ຊີວິດການເປັນຢູ່ຂອງປະຊາຊົນໃຫ້ສະດວກກວ່າເກົ່າແລະໂປ່ງໃສກວ່າເກົ່າ. ປັດຈຸບັນ, ແຜນພັດທະນາລະຫວ່າງສອງປະເທດໃນໄລຍະ 6 ປີໃກ້ຈະສຳເລັດ, ເຊິ່ງຫວັງວ່າສອງປະເທດຈະສາມາດລົງນາມໃນແຜນດັ່ງກ່າວໃນກອງປະຊຸມສະມາຄົມການຄ້າຈີນຟີລິບປີນຄັ້ງທີ 28 ທີ່ຈະຈັດຂຶ້ນຢູ່ນະຄອນຫຼວງມະນີລາໃນເດືອນໜ້າ.