ມາ​ເລ​ເຊຍ​ກ່າວ​ວ່າ: ບໍ່​ໄດ້ໝົດ​ຫວັງ​ໃນ​ການຊອກ​ຫາຍົນ​ໂດຍສານຖ້ຽວ​ບິນ MH370
2017-01-24 16:53:00  cri 
ວັນ​ທີ 23 ມັງກອນ​ນີ້,​ ທ່ານ​ລຽວຈົ່ງ​ໄລ ລັດຖະມົນຕີ​ກະຊວງ​ຄົມມະນາຄົມ​ມາ​ເລ​ເຊຍ​ກ່າວ​ວ່າ, ​ເຖິງ​ວ່າ​ປະ​ເທດ​ຕົນ, ຈີນ​ແລະ​ອົສຕຼາລີ​ໄດ້​ຕົກລົງ​ຢຸດການ​ຊອກ​ຫາ​ຍົນ​ໂດຍສານຖ້ຽວ​ບິນ MH 370 ກໍ​ຕາມ, ​​​ແຕ່ທັງສາມປະ​ເທດ​ກໍບໍ່​ໄດ້​ໝົດ​ຫວັງ​ທີ່ຈະສືບ​ຕໍ່ຊອກ​ຫາຕໍ່​ໄປ.

ທ່ານລຽວຈົ່ງ​ໄລ ກ່າວ​ວ່າ,​ ສຳລັບ​​ຄອບຄົວ​ຂອງ​ຜູ້​ໂດຍສານ 227 ຄົນ​ແລະ​ພະນັກງານ 12 ຄົນຢູ່​ຖ້ຽວ​ບິນ MH370 ​ນັ້ນ​ຖື​ວ່າ​ເປັນເວລາ​ທີ່​ລຳ​ບາກທີ່​ສຸດ,​ ​ແຕ່​ການ​ຢຸດຊອກ​ຫາ​ຊົ່ວຄາວ​ບໍ່​ແມ່ນ​ການ​ຕັດສິນ​ທີ່​ງ່າຍດາຍ. ​​ແນວ​ໃດ​ກໍ​ດີຫຼັງ​ຢຸດ​ການ​ຊອກ​ຫາ​ໃຕ້​ນ້ຳຊົ່ວຄາວ,​ ກົມ​ການບິນ​ພົນລະ​ເຮືອນ​ມາ​ເລ​ເຊຍ​ຈະ​ສ້າງ​ໜ່ວຍ​ງານ​ໜຶ່ງ,​​ ​ເພື່ອ​ແກ້​ໄຂ​ທຸກວຽກ​ງານ​ທີ່​ກ່ຽວ​ກັບຍົນ​ໂດຍສານ​ຖ້ຽວ​ບິນ MH370.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ