ທ່ານ​ໂດ​ນັນ ທຣຳປະກາດ​ຖອນ​ອອກ​ຈາກ TPP ຢ່າງ​ເປັນ​ທາງ​ການ
2017-01-24 16:55:48  cri 

ວັນ​ທີ 23 ມັງກອນ​ນີ້, ທ່ານ​ໂດ​ນັນ ທຣຳ ປະທານາທິບໍດີ​ອາ​ເມ​ລິ​ກາ​ໄດ້​​ລົງ​ນາມ​ໃນ​ລັດຖະດຳລັດ,​ ​ໂດຍປະກາດ​ວ່າ​ອາ​ເມ​ລິ​ກາ​​ໄດ້ຖອນ​ອອກ​ຈາກສັນຍາ​ຄູ່​ຮ່ວມ​ຂ້າມ​ປາຊີ​ຟິກ ຫຼື TPP ຢ່າງ​ເປັນ​ທາງ​ການ.

​ທ່ານ​ເຊ​ນ ສະ​ເພັສ ​ໂຄສົກ​ທຳນຽບຂາວ​ກ່າວ​ໃນ​ພິທີ​ຖະ​​ແຫຼ​ງຂ່າວ​ໃນ​ວັນ​ທີ 23 ມັງກອນ​ນີ້​ວ່າ,​ ການ​ລົງ​ນາມ​ໃນ​ລັດຖະດຳລັດ​ດັ່ງກ່າວ​ເປັນ​ຂີດ​ໝາຍ​ທີ່​ສະ​ແດງ​ໃຫ້​ເຫັນນະ​ໂຍບາຍ​ການ​ຄ້າ​ຂອງ​ອາ​ເມ​ລິ​ກາ​ໄດ້​ກ້າວ​ເຂົ້າ​ສູ່​ໄລຍະ​ໃໝ່.​ ທັງ​ນີ້ລັດຖະບານອາ​ເມ​ລິ​ກາຈະ​ຂຸດ​ຄົ້ນ​ຄວາມ​ສາມາດ​ບົ່ມ​ຊ້ອນ​ທາງ​ການ​ຄ້າ​ກັບປະ​ເທດ​ພັນທະ​ມິດ​ຂອງ​ປະ​ເທດ​ຕົນ​ແລະ​ປະ​ເທດ​ອື່ນໆ​ໃນ​ຕໍ່ໜ້າ.


ຂະນະ​ທີ່​ທ່ານ​ທຣຳກໍ​ໄດ້​ກ່າວ​ຕໍ່​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຂອງ​ວິ​ສາ​ຫະກິດ​ອາ​ເມ​ລິ​ກາ​ຫຼາຍ​ຄົນ​ວ່າ,​ ຖ້າວ່າ​ວິ​ສາ​ຫະກິດ​ອາ​ເມ​ລິ​ກາ​ຍ້າຍ​ການ​ຜະລິດ​ຂອງ​ຕົນ​ໄປ​ປະ​ເທດ​ອື່ນ,​ ກໍຈະ​ຖືກ​ເກັບ​ອາກອນ​ຂ້າມ​ຊາດ​ສູງ​ສົມຄວນ.
​ເດືອນ​ກຸມພາ​ປີຜ່ານມາ,​ 12 ປະ​ເທດ​ທີ່​ເຂົ້າ​ຮ່ວມ​ການ​ເຈລະຈາ​ TPP ​ໄດ້​ລົງ​ນາມ​ ​ຢ່າງ​ເປັນ​ທາງ​ການ,​​ ​ແຕ່​ວ່າ TPP​ ຍັງ​ຕ້ອງການ​ອົງການການ​ໃຫ້​ສັດຕະຍາບັນ​ຂອງ​ນິຕິບັນ​ຍັດ​ປະ​ເທດ​ຕ່າງໆ​ຈຶ່ງ​ສາມາດ​ບັງ​ຄັບ​ໃຊ້​ໄດ້.

 

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ