ປະທານາທິບໍດີ​ຟີ​ລິບ​ປິນຢືນຢັນ​ວ່າ​ຈະຊຸກຍູ້​ການ​ເຕີບ​ໂຕ​ແບບ​ກວມ​ລວມຂອງ​ອາ​ຊຽນ
2017-01-25 15:24:29  cri 
ທ່ານ​ໂຣດຣີ​ໂກ ດູ​ເຕີ​ເຕ ປະທານາ​ທິບໍດີ​ຟີ​ລິບ​ປິນ ຢືນຢັນ​ໃນ​ວັນ​ທີ 24 ມັງກອນ​ນີ້​ວ່າ: ຟີ​ລິບ​ປິນຈະ​ຮ່ວມ​ກັບບັນດາ​ປະ​ເທດ​ສະມາຊິກໃນ​ອາ​ຊຽນພະຍາຍາມ​ຊຸກຍູ້​​ເສດຖະກິດ​ໃຫ້​ບັນລຸ​ການ​ເຕີບ​ໂຕ​ແບບ​ກວມ​ລວມ.

ກະຊວງ​ການ​ຄ້າ​ແລະ​ອຸດສາຫະກຳ​ຟີ​ລິບ​ປິນ​ໄດ້​ເຜີຍ​ແຜ່​ແຜນການ​ການ​ຄ້າ​ແລະ​ການ​ລົງທຶນ​ອາ​ຊຽນ 2017 ​ໃນ​ວັນ​ທີ 24 ມັງກອນ​ນີ້​ ​ແລະ​ໃນ​ໂອກາດ​ດັ່ງກ່າວ,​ທ່ານ​ດູ​ເຕີ​ເຕກໍ​ໄດ້ກ່າວ​ວ່າ: ​ໃນ​ຖານະ​ທີ່ຟີ​ລິບ​ປິນ​ເປັນ​ປະທານ​ໝູນວຽນ​ອາ​ຊຽນ 2017 ນີ້​ຈະ​ສຸມ​ໃສ່ 3 ດ້ານ​ຄື ​ເອົາ​ໃຈ​ໃສ່​ນຳ​ການ​ພັດທະນາ​ຂອງ​ຈຸນ​ລະວິ​ສາ​ຫະກິດ, ວິ​ສາ​ຫະກິດ​ຂະໜາດກາງ​ແລະ​ນ້ອຍ, ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ແລະ​ການ​ປະດິດ​ສ້າງ​ເຮັດ​ໃຫ້ອາ​ຊຽນຫັນ​ເປັນ "ກຸ່ມ​ເສດຖະກິດອັດ​ສະ​ລິ​ຍະ"​ ພ້ອມ​ທັງ​ເສີມ​ຂະຫຍາຍ​ບົດບາດ​ຂອງ​ເພດ​ຍິງ​ໃນ​ວຽກ​ງານ​ເສດຖະກິດ​ໃຫ້​ຫຼາຍ​ກວ່າ​ເກົ່າ.

ທ່ານ​ດູ​ເຕີ​ເຕຢືນຢັນ​ວ່າ ​ໂດຍ​ລວມ​​ແລ້ວ, ອາ​ຊຽນ​ເປັນ​ກຸ່ມ​ເສດຖະກິດ​ໃຫຍ່​ທີ 7 ຂອງ​ໂລກ ​ແລະ​ຍອດ​ມູນ​ຄ່າ​ເສດຖະກິດ​ຂອງ 10 ປະ​ເທດ​ບັນລຸ​ເຖິງ 2500 ຕື້​ໂດ​ລາ​ສະຫະລັດ. ​ໄປ​ຄຽງ​ຄູ່​ກັບ​​ເສດຖະກິ​ດ​ເຊື່ອມ​ໂຍງ​ເຂົ້າ​ເປັນໜຶ່ງດຽວ, ອາ​ຊຽນຈະ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຈາກ​ການຄ້າ​ສິນ​ຄ້າ,ການ​ບໍລິການ​ແລະ​ການລົງທຶນ​ທີ່​ມີ​ຄວາມ​ຄ່ອງ​ຕົວ​ຫຼາຍ​ຂຶ້ນ. ອາ​ຊຽນມີ​ແຮງ​ງານ​ໜຸ່ມ​ທັງ​ມີ​ລະດັບ​ສູງ ​ເຊິ່ງກຳລັງ​ແຮງ​ເຫຼົ່າ​ນີ້​ຍັ​ງລໍຖ້າ​ໃຫ້​ຂຸດ​ຄົ້ນ​ແລະ​ເສີມ​ຂະຫຍາຍ. ​ປັດຈຸບັນ, ອາຊຽນ​ໄດ້​ອຳນວຍ​ໂອກາດ​ການ​ລົງທຶນ​ຕົວ​ຈິງ​ໃຫ້​ແກ່​ນັກລົງທຶນ​ທັງ​ພາຍ​ໃນ​ແລະ​ນອກ​ອາ​ຊຽນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ