ປະ​ເທດ​ສະມາຊິກTPP​​ເຫັນ​ຕ່າງ​ກັນ​​ເມື່ອ​ຮັບມືຫຼັງອາ​ເມ​ລິ​ກາ​ຖອນ​ອອກ​ຈາກ​ສັນຍາ​ດັ່ງກ່າວ
2017-01-25 15:27:11  cri 
ທ່ານ​ໂດນັນ ທຣຳ ປະທານາທິບໍດີ​ອາ​ເມ​ລິ​ກາ​ໄດ້​ລົງ​ນາມ​ໃນ​ລັດຖະດຳລັດ​ໃນ​ວັນ​ທີ 23 ມັງກອນ​ນີ້​ໂດຍ​ປະກາດ​ຢ່າງ​ເປັນ​ທາງ​ການ​ວ່າ ອາ​ເມ​ລິ​ກາ​ຖອນ​ອອກ​ຈາກ​ສັນຍາ​ຄູ່​ຮ່ວມ​ຂ້າມ​ປາຊີ​ຟິກຫຼື TPP​ແລະຫຼັງ​ອາ​ເມ​ລິ​ກາ​ຖອນ​ອອກ​ຈາກTPP​ແລ້ວ​ຈະ​ເຮັດ​ໃຫ້​ສັນຍາ​ດັ່ງກ່າວ​ຕົກຢູ່​ໃນ​ຄວາມອັດຕະຄັດ​ທີ່ບໍ່​ສາມາດ​ເກີດ​ຜົນ​ສັກສິດ​ໄດ້. ສ່ວນ​ການສະ​ແດງ​ທ່າ​ທີ​ທາງ​ການຫຼ້າ​ສຸດ​ຈາກ​ປະ​ເທດ​ສະມາຊິກ​ອື່ນໆ​ຂອງTPP​ສະ​ແດງ​ໃຫ້​ເຫັນ​ວ່າ ປະ​ເທດ​ສະມາຊິກ​ເຫຼົ່າ​ນີ້​ມີ​ຄວາມ​ເຫັນ​ຂັດ​ແຍ້​ງກັນ​​ເມື່ອ​ຮັບ​ມື​ຫຼັງ​ອາ​ເມ​ລິ​ກາ​ຖອນ​ອອກ​ຈາກTPP.​ແນວ​ໃດ​ກໍ​ດີ, ສະມາຊິກ​ຄະນະ​ລັດຖະບານ​ຍີ່ປຸ່ນ​ຢືນຢັນວ່າ: ຍີ່ປຸ່ນ​ຈະ​ສືບ​ຕໍ່​ຍາດ​ແຍ່ງ​ເອົາ​ຄວາມ​​ເຂົ້າ​ໃຈ​ຂອງ​ອາ​ເມ​ລິ​ກາ.

ທ່ານ​ມານ​ໂຄມ ​ເຕີນ​ບູນ ນາຍົກລັດຖະມົນຕີອົສຕຣາລີ​ຢືນຢັນ​ຕໍ່​ສື່​ມວນ​ຊົນ​ໃນ​ວັນ​ທີ 24 ມັງກອນ​ນີ້​ວ່າ: TPPສອດຄ່ອງ​ກັບ​ຜົນ​ປະ​ໂຫຍ​ດຂອງອົສຕຣາລີ​ແລະ​ຍີ່ປຸ່ນ ສະ​ນັ້ນ​ຈິ່ງ​ອາດ​ຈະ​ສືບ​ຕໍ່​ສົ່ງ​ເສີມ​ສັນຍານີ້​ໃນ​ກໍລະນີ​ທີ່​ອາ​ເມ​ລິ​ກາ​ຖ​ອນ​ອອກ. ຂະນະ​ດຽວ​ກັນ​ກໍ​ມີ​ຫຼາຍປະຕິກິລິຍາ​ທີ່​ຕ່າງ​ຈາກຍີ່ປຸ່ນ​ແລະ​ອົສຕຣາລີ​ໂດຍຫຼາຍ​ປະ​ເທດ​ສະມາຊິກTPP​ເປັນ​ຕົ້ນ ​ແມັກ​ຊິກ,ຈີ​ເລ, ນີວຊີ​ແລນ​ແລະອື່ນໆ​ກຳລັງຕັ້ງໜ້າພິຈາລະນາ​ປັບປຸງ​ນະ​ໂຍບາຍ​ຂອງ​ຕົນ.

ກະຊວງ​ການ​ຄ້າ​ແລະ​ອຸດສາຫະກຳ​ສິງກະ​ໂປ​ໄດ້​ອອກ​ຖະ​ແຫຼ​ງການ​ໃນ​ວັນທີ 24 ມັງກ​ອນນີ້​ວ່າ: ສິງກະ​ໂປ​ຈະ​ສືບ​ຕໍ່​ມີ​ສ່ວນ​ຮ່ວມ​ໃນ​ສັນຍາ​ການ​ຄ້າ​ເສລີ​ພາກ​ພື້ນ​ອື່ນໆ​ເຊິ່ງລວມທັງRCEP, ​ເຂດ​ການ​ຄ້າ​ເສລີ​ອາຊີ​ປາຊີ​ຟິກຫຼື FTAAP ​ແລະ​ອື່ນໆ ທັງ​ພະຍາຍາມ​ເຊື່ອມ​ໂຍງ​ເຂົ້າ​ເປັນ​ໜຶ່ງ​ດຽວ​ກັນ​ຂອງ​ພາກ​ພື້ນ ​ພ້ອມ​ທັງຈະ​ຮ່ວມ​ກັບປະ​ເທດ​ສະມາຊິກ​ອື່ນໆ​ຂອງTPP ສືບ​ຕໍ່​ຄົ້ນຄວ້າ​ວ່າຈະ​ຊຸກຍູ້​ສັນຍາTPP​ແນວ​ໃດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ