ໄຊ​ນາ​ທາວ​ບາງກອກ​ຍົກ​ເລີກ​ການສະຫຼອງ​ບຸນ​ກຸດ​ຈີນ
2017-01-25 16:18:31  cri 
ຫຼັງສົມ​ເດັດ​ພູມີ​ພົນ​ອະ​ດຸນຍະ​ເດດ ​ເຈົ້າ​ຊີວິດ​ໄທ​ສະຫວັນ​ນະ​ຄົດ​ເມື່ອ​ເດືອນ​ຕຸລາ​ປີ 2016 ຜ່າ​ນມາ ​ແລະ​ລັດຖະບານ​ໄທ​ໄດ້​ປ​ະກາດ​ໄວ້ອາ​ໄລ​ລະດັບ​ຊາດ​ຈົນ​ເຖິງ​ກາງ​ເດືອນ​ຕຸລາ​ປີນີ້, ດ້ວຍ​ເຫດດັ່ງກ່າວ​ການສະຫຼອງ​ບຸນ​ກຸດ​ຈີນ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ນະຄອນຫຼວງ​ບາງກອກ​ຈິ່ງ​​ຖືກຍົກ​ເລີກ.

ໜັງສືພິມ​ບາງກອກ​ໂພສສະບັບ​ວັນ​ທີ 23 ມັງກອນ​ນີ້​ໄດ້ລາຍ​ງານ​ໂດຍ​ອີງ​ຕາມຂ່າວຈາກ​ຫ້ອງການ​ຄຸ້ມ​ຄອງ​ເຂດ​ທີ່​ໄຊ​ນາ​ທາວ​ນະຄອນຫຼວງ​ບາງກອກ​ຕັ້ງ​ຢູ່ນັ້ນ​ວ່າ ຄະນະ​ກຳມະການ​ກະກຽມ​ບຸນ​ກຸດ​ຈີນ​ໄດ້​ຕົກລົງ​ຍົກ​ເລີກ​ການສະຫຼອງ​ບຸນ​ກຸດ​ຈີນ​ຢູ່ຖະໜົນ​ຢາ​ເຍົາວະ​ລາດ(​ໄຊ​ນາທາ​ວ) ​ແລະ​ສະມາຊິກ​ຄະນະ​ກຳມະການ​ດັ່ງກ່າວກໍປະກອບ​ດ້ວຍ​ຜູ້ຕາງໜ້າ​ຫ້ອງການ​ຄຸ້ມ​ຄອງ​ເຂດ​ແລະ​ຫົວໜ້າ​ຄະນະສະມາຄົມ​ຊາວ​ຈີນ​ຢູ່​ນະຄອນຫຼວງ​ບາງກອກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ