ເກີດ​ເຫດ​ເຮືອ​ຊາວ​ອົບ​ພະຍົບຫຼົ້ມຢູ່​ເຂດ​ທະ​ເລ​ມາ​ເລ​ເຊຍ ​ເສຍ​ຊີວິດ 10 ຄົນ
2017-01-25 11:09:05  cri 

​ເຮືອ​ລຳ​ໜຶ່ງ​ທີ່​​ເຊື່ອ​ວ່າ​​ບັນທຸກ​ຊາວ​ອົບ​ພະຍົບອິນ​ໂດ​ເນ​ເຊຍຜິດ​ກົດໝາຍ​ ​ໄດ້​ຫຼົ້ມຢູ່​ເຂດ​ທະ​ເລ​​ໃກ້​ມາ​ເລ​ເຊຍ​ຫວ່າງ​ມໍ່ໆ​ນີ້ນັ້ນ ​ມີ​ຂ່າວ​ຢືນຢັນ​ວ່າ ມີ 10 ຄົນ​ເສຍ​ຊີວິດ ​ແລະ ປະມານ 30 ຄົນ​ຫາຍ​ສາບ​ສູນ ​ໃນ​ເຫດການ​ດັ່ງກ່າວ.

​ເຈົ້າໜ້າ​ທີ່​ປະຕິບັດ​ກົດໝາຍ​ທາງ​ທະ​ເລ​ມາ​ເລ​ເຊຍ ຢືນຢັນ​ວ່າ: ຕອນ​ເຊົ້າວັນ​ທີ 23 ມັງກອນ​ນີ້ ​ໄດ້​ພົບ​ສົບ​ຜູ້​ປະສົບ​ເຄາະ​ຮ້າຍ 10 ສົບ​ຢູ່​ຫາດ​ຊາຍ​​​ແຫ່ງ​ໜຶ່ງແຄມ​ທະ​ເລພາກ​ຕາ​ເວັນ​ອອກປະ​ເທດ​ຕົນ. ຂະນະ​ທີ່​ໂຄສົກ​ຂະ​ແໜງ​ປະຕິບັດ​ກົດໝາຍ​ທາງ​ທະ​ເລ ກໍກ່າວ​ໂດຍເຊື່ອ​ວ່າ​​ ເຮືອທີ່​ເກີດ​ເຫດຫຼົ້ມລຳ​ນີ້​ໄດ້​ບັນທຸກ​ຊາວ​ອົບ​ພະຍົບ​ອິນ​ໂດ​ເນ​ເຊຍ​ຜິດ​ກົດໝາຍປະມານ 40 ຄົນ.

ຂ່າວ​ແຈ້ງວ່າ, ​ເຮືອ​ລຳ​ດັ່ງກ່າວ​ໄດ້ຫຼົ້ມ​ກາງ​ທາງ​ຂະນະ​ແລ່ນຈາກ​ອິນ​ໂດ​ເນ​ເຊຍ​ໄປ​ສູ່​ມາ​ເລ​ເຊຍ ​ແລະຫຼັງ​ເກີດ​ເຫດ​ມີ​ຜູ້​ໂດຍສານ 2 ຄົນ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ແລະ​ສົ່ງ​ໄປ​ໂຮງໝໍ. ປັດຈຸບັນ ພາກສ່ວນ​ທີ່​ກ່ຽວຂ້ອງ​ກຳລັງ​ເ​ລັ່ງ​ຄົ້ນຫາ​ຜູ້​ຫາຍ​ສາບ​ສູນ, ຂະນະ​ທີ່​ຂະ​ແໜງ​ການ​ປະຕິບັດ​ກົດໝາຍ​ທາງ​ທະ​ເລ​ມາ​ເລ​ເຊຍ ຢືນຢັນ​ວ່າ: ສາ​ເຫດ​ພາ​ໃຫ້​ເກີດ​ເຫດ​ເຮືອຫຼົ້ມ​ເທື່ອ​ນີ້​ເນື່ອງ​ຈາກ​ບັນທຸກ​ນ້ຳ​ໜັກເກີນ​ກຳນົດທັງ​ປະສົບ​ສະພາບ​ນ້ຳ​ທະ​ເລ​ທີ່​ປ່ຽນ​ແປງ​ຕະຫຼອດ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ