ຣັດ​ເຊຍ, ຕວກກີ ​ແລະ ອີຣານ ຈະ​ສ້າງ​ກົນ​ໄກ​ສາມ​ຝ່າຍ​ຕິດຕາມ​ການ​ຢຸດ​ຍິງຢູ່​ຊີຣີ
2017-01-25 11:13:48  cri 

ຜູ້​ແທນຣັດ​ເຊຍ, ​ຕວກກີ ແລະ ອີຣານ ​ໄດ້​ອອກ​ຖະ​ແຫຼງການ​ຮ່ວມ​ຢູ່​ນະຄອນຫຼວງອາສຕານາ ປະ​ເທດ​ກາ​ຊັກ​ສະຖານ​ໃນ​ວັນ​ທີ 24 ມັງກອນ​ນີ້ ​ໂດຍ​ລະບຸ​ວ່າ ຈະ​ສ້າງ​ກົ​ນ​ໄກ​ປະສົມສາມ​ຝ່າຍ​ເພື່ອ​ຕິດຕາມ​ການ​ຢຸດ​ຍິງຢູ່​ຊີຣີ.

ຂ່າວ​ແຈ້ງວ່າ, ຫຼັງຜູ້​ແທນ​ຂອງ 3 ປະ​ເທດ​ດັ່ງກ່າວ​ໄດ້​ປຶກສາ​ຫາລື​ເປັນ​ການ​ພາຍ​ໃນ​ຢູ່​ອາສຕານາ​ໃນ​ວັນ​ດັ່ງກ່າວ​ແລ້ວ​ກໍ​ໄດ້​ອອກ​ຖະ​ແຫຼງການ​ຮ່ວມ​ ​ໂດຍລະບຸ​ວ່າ: ຣັດ​ເຊຍ, ຕວກກີ ​ແລະ ອີຣານ ພ້ອມສະໜັບສະໜູ​ນລັດຖະບານ​ຊີຣີ​ແລະ​ກຸ່ມ​ປະກອບ​ອາວຸດ​ຕໍ່ຕ້ານ​ລັດຖະບານ​ເຈລະຈາ​ກັນ​ຢູ່​ອາສຕານາ ທັງ​ຮຽກຮ້ອງ​ໃຫ້​ປະຊາ​ຄົມ​ໂລກ​ຈົ່ງ​ສະໜັບສະໜູນ​ຂະ​ບວນການ​ການ​ເມືອງ​ຂອງ​ຊີຣີ ​ເພື່ອ​ຈັດຕັ້ງປະຕິບັດ​ມະຕິ​ທີ່​ກ່ຽວຂ້ອງ​ກັບ​ບັນຫາ​ຊີຣີຂອງ​ສະພາ​ຄວາມ​ໝັ້ນຄົງ​ອົງການ​ສະຫະ​ປະຊາ​ຊາດ. ຖະ​ແຫຼງການ​ຍັງ​ຊີ້​ອອກ​ວ່າ: ຈະ​ບໍ່​ສາມາດ​ແກ້​ໄຂ​ບັນຫາ​ຊີຣີ​ໄດ້ດ້ວຍ​ກຳລັງ​ອາວຸດ ​ແລະ​ການແກ້​ໄຂ​ບັນຫາ​ດັ່ງກ່າວມີ​ແຕ່​ຜ່ານ​ຊ່ອງ​ທາງ​ການ​ເມືອງ ບົນ​ພື້ນຖານ​ຈັດຕັ້ງປະຕິບັດ​ມະຕິ​ຕົກລົງ​ຂອງ​ສະພາ​ຄວາມ​ໝັ້ນຄົງ​ຢ່າງ​ສົມບູນ​ເທົ່າ​ນັ້ນ.

ນອກ​ນີ້, 3 ປະ​ເທດ​ດັ່ງກ່າວ​ຍັງ​ສະໜັບສະໜູນ​ຝ່າຍ​ຕ້ານ​ລັດຖະບານ​ຊີຣີ​ເຂົ້າຮ່ວມ​ການ​ເຈລະຈາ​ສັນຕິພາບ​ກ່ຽວ​ກັບ​ບັນຫາ​ຊີຣີທີ່​ຈະ​ຈັດ​ຂຶ້ນຢູ່​ນະຄອນ​ເຊີ​ແນວ​ໃນ​ວັນ​ທີ 8 ກຸມພາ​ໜ້າ​ນີ້.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ