ໄປ​ເບິ່ງ​ການວາງສະ​ແດງ​ໄກ່​ຢູ່​ຫໍ​ພິພິທະ​ພັນ​ທຳ​ມະ​ຊາດ​ເຈີ້​ຈ່ຽງ​​ໃນ​ປີ​ລະກາ​
2017-01-25 16:40:57  cri 


ງານ​ວາງສະ​ແດງ​ປີນັກສັດ​ເພື່ອ​ສະຫຼອງບຸນ​ກຸດ​ຈີນ​ຢູ່​ຫໍ​ພິພິທະ​ພັນ​ທຳ​ມະ​ຊາດ​ເຈີ້​ຈ່ຽງທີ່​ຈັດ​ຂຶ້ນ​ໃນ​​ໄລຍະ​ບຸ​ນກຸດ​ຈີນທຸກໆປີ ​ແມ່ນ​ໂອກາດ​ເພີ່ມ​ຄວາມ​ຮູ້​ກ່ຽວ​ກັບ​ບຸນ​ກຸດ​ຈີນ​ໃຫ້​ຕົນ​ທີ່​ດີ​ທີ່​ສຸດ ​ແລະ​ໂອກາດ​ປີ​ລະກາ​ຈະ​ວຽນມາ​ເຖິງ​ນີ້, "​ໄກ່​ຄຳ​ຂັນບອກຍາມ​ຟ້າຮຸ່ງ-ງານ​ວາງສະ​ແດງ​ນັກ​ສັດສະຫຼອງບຸນ​ກຸດ​ຈີນ​ປີ​ເຮົ້າ​ແລະ​ງານ​ວາງສະ​ແດງ​ເພັດ​ນິນ​ຈິນດາ" ​ໄດ້​ຈັດ​ຂຶ້ນຕາມ​ກຳນົດ ​ໂດຍ​​ໃຊ້​ຮູບ​ການ​ວາ​ງສະ​ແດງຕ່າງໆ ​ເຊັ່ນ ວັດຖຸ​ພັນ​ທີ່​ເປັນ​ຕົວຢ່າງ, ປື້​ມ​ແລະຮູບ​ແຕ້ມ, ຈຳລອງ​​ເໝືອນ​ຈິງ, ພາບກາ​ຕຸ​ນ, ​​ສື່ຕ່າງໆ ​ແລະ​ອື່ນໆ ​ເພື່ອ​ແນະນຳ​ໂຕ​ໄກ່ຕາມຫຼັກວິທະຍາສາດ​ທຳ​ມະ​ຊາດ ພ້ອມ​ດ້ວຍ​ຄວາມ​ຮູ້​ທີ່​ມີ​ສ່ວນ​ກ່ຽວຂ້ອງ​ກັບ​ໄກ່ ​ເປັນຕົ້ນ ປະຫວັດ,​ ວັດທະນະທຳ ​ແລະ ຮີດຄອງ​ປະ​ເພນີ.

ງານ​ວາງສະ​ແດງ​ດັ່ງກ່າວ​ຈະ​ດຳ​ເນີນ​ເປັນ​ເວລາ​ກວ່າ 2 ​ເດືອນ.

1 2 3 4 5 6 7
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ