ໄຂເທສະການອາຫານລາວ ຄັ້ງທີ 12 ເປີດຂຶ້ນຢ່າງເປັນທາງການ
2017-01-25 17:57:57  cri 


ເພື່ອເປັນການສົ່ງເສີມທຸລະກິດແມ່ຍິງລາວ​  ສູນກາງສະຫະພັນແມ່ຍິງລາວ ​ໄດ້ຈັດເທສະການອາຫານລາວ ຄັ້ງທີ 12 ຂຶ້ນໃນຕອນ​ເຊົ້າ​ວັນ​ທີ 25 ມັງກອນ 2017 ນີ້, ທີ່ສວນເຈົ້າອານຸວົງນະຄອນຫຼວງ​ວຽງ​ຈັນ, ໂດຍ​ທ່ານ ສິນ​ລະ​ວົງ ຄຸດ​ໄພທູນ ​ເຈົ້າ​ຄອງ​​ນະ​ຄອນ​ຫຼວງວຽງ​ຈັນ,ທ່ານ​ນາງ ດຣ. ອິນ​ລາ​ວັນ ​ແກ້ວ​ບຸນ​ພັນ ປະທານ​​ສູນ​ກາງ​ສະຫະພັນ​ແມ່ຍິງ​ລາວ,ພ້ອມດ້ວຍຄະນະ​ສະ​ຫະພັນ​ແມ່ຍິງ​, ພັນລະຍາເອກອັກຄະລັດຖະທູດ, ທູຕານຸທູດ ແລະພາກສ່ວນ​ທີ່​ກ່ຽວຂ້ອງ​ເຂົ້າ​ຮ່ວມ.


ທ່ານ​ນາງ ຈັນທະ​ຈອນ ວົງ​ໄຊ ປະທານ​ສະມາຄົມ​ນັກທຸລະກິດ​ແມ່ຍິງ​ລາວ, ປະທານ​ກຳມະການ​ຈັດ​ງານ ໃຫ້ຮູ້ວ່າ: ເທສະການອາຫານລາວ ໄດ້ຈັດຂຶ້ນທຸກໆປີ ໂດຍເລີ່ມແຕ່ປີ 2006 ເປັນຕົ້ນມາ, ແລະໃນປີ ນີ້ຖືວ່າເປັນປີ ທີ 12 ໂດຍຈະ​ດຳ​ເນີນ​​ເປັນ​ເວລາ 3 ມື້​, ​ແຕ່ວັນ​ທີ 25 ຫາ​ວັນ​ທີ 27 ມັງກອນ 2017 ນີ້, ທັງນີ້ການຈັດ​ເທສະການ​ອາຫານ​ລາວ ​ເປັນ​ການສົ່ງ​ເສີ​ມຮີດຄອງ​ປະ​ເພນີ ​ແລະ ວັດທະນະທຳ​ອັນ​ດີງາມ​ຂອງ​ຊາດ ລວມທັງ​ອາຫານ​ການ​ກິນ ​ແລະ ການ​ນຸ່ງ​ຖື ​ເພື່ອ​ສ້າງ​ໂອ​ກາດ​ໃຫ້​ຜູ້​ປະກອບ​ການເພດຍິງ ​ໃນ​ຂະ​ແໜງ​ການ​ປຸງ​ແຕ່ງອາຫານ​ຢູ່​ທ້ອງ​ຖິ່ນ, ແຕ່ລະ​ແຂວງ ​ໄດ້​ເຂົ້າ​ຮ່ວມ​ງານ​ວາງສະ​ແດງ ​ແລະ ຂາຍ​ຜະລິດ​ຕະພັນທັງ​ສະ​ແດງ​ຄວາມ​ສາມາດ, ຫົວຄິດ​ປະດິດ​ສ້າງ ​ແລະ ສະຕິ​ປັນຍາ​ຂອງ​ຕົນ ​ໃນ​ຂະ​ແໜງ​ການ​ປຸງແຕ່ງອາຫານລວມທັງໄດ້ມີໂອກາດແລກປ່ຽນບົດຮຽນປະສົບການເພື່ອປັບປຸງຕາມຄວາມຮຽກຮ້ອງຕ້ອງການຂອງຕະຫຼາດ, ກໍຄືການປະກອບສ່ວນຜະລິດເປັນສິນຄ້າ ແລະ ສ້າງລາຍຮັບໃຫ້ແມ່ຍິງ ແລະ ຄອບຄົວນັບມື້ເພີ່ມຂຶ້ນ.
1 2 3 4 5 6 7 8
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ