ເວັບໄຊທູຕານຸທູດຈີນປະຈຳອາຊຽນໃຫ້ຮູ້ວ່າ: ຫວ່າງມໍ່ໆມານີ້, ຄະະທູຕານຸທູດຈີນປະຈຳອາຊຽນໄດ້ຈັດ "ກິດຈະກຳສະຫຼອງບຸນກຸດຈີນໝູ່ຮ່ວມຮຽນອາຊຽນຂອງໂຄງການອົບຮົມພະນັກງານເພື່ອຊ່ວຍເຫຼືອຕ່າງປະເທດຂອງລັດຖະບານຈີນ"ຄັ້ງທຳອິດ ໂດຍທານ ຊູປູ້ ເອກອັກຄະລັດຖະທູດຈີນປະຈຳອາຊຽນ, ທ່ານ ຫຼີຊີຮ້ານ ຫົວໜ້າກົມວຽກງານປະຊາຄົມສຳນັກເລຂາອາຊຽນ, ທ່ານ ອຸງ ສເຣີງຄົງ ຫົວໜ້າກົມວຽກງານສາທາລະນະຂອງສຳນັກເລຂາອາຊຽນແລະອື່ນໆເຂົ້າຮ່ວມ.
ທ່ານ ຊູ້ປູ້ ກ່າວວ່າ: ການແລກປ່ຽນດ້ານວັດທະນະທຳແມ່ນການຄ້ຳປະກັນຕໍ່ການບັນລຸການເສີມຂະຫຍາຍສາຍພົວພັນລະຫວ່າງຈີນ-ອາຊຽນຢ່າງຍືນຍົງແລະຍາວນານ, ລັດຖະບານຈີນໄດ້ເອົາໃຈໃສ່ສູງຕໍ່ການຮ່ວມມືດ້ານການພັດທະນາຊັບພະຍາກອນມະນຸດສອງຝ່າຍແລະຫຼາຍຝ່າຍ ກໍຄືການກໍ່ສ້າງຄວາມສາມາດກັບອາຊຽນ ແຕ່ປີ 2015 ເປັນຕົ້ນມາ, ຈີນໄດ້ປະກາດຮັບນັກຮຽນໃໝ່ຈາກອາຊຽນໃນໂຄງການດັ່ງກ່າວໂດຍຜ່ານກົນໄກຫຼາຍຝ່າຍ ໂດຍໄດ້ສຳເລັດການຝຶກອົບຮົມເຈົ້າໜ້າທີ່ອົງການຈັດຕັ້ງສາກົນ,ຜູ້ບໍລິຫານ, ນັກວິຊາການສະມາຄົມຜູ້ຊົງຄຸນວຸດທິແລະບຸກຄະລາກອນອື່ນໆໃຫ້ແກ່ອົງການຕ່າງໆຂອງອາຊຽນ.
ທ່ານ ອຸງ ສເຣີງຄົງ ໄດ້ສະແດງຄວາມຊົມເຊີຍສູງຕໍ່ໂຄງການດັ່ງກ່າວຂອງລັດຖະບານຈີນໃນການເສີມຂະຫຍາຍບົດບາດທີ່ສຳຄັນຕໍ່ການພັດທະນາເສດຖະກິດສັງຄົມຂອງອາຊຽນ, ພ້ອມທັງສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ລັດຖະບານຈີນ ແລະໃນຕໍ່ໜ້າ,ສຳນັກເລຂາອາຊຽນຈະສືບຕໍ່ສະໜັບສະໜູນຈີນດຳເນີນໂຄງການກໍ່ສ້າງຄວາມສາມາດປະເພດຕ່າງໆ ເພື່ອເປີດກວ້າງການແລກປ່ຽນແລະການຮ່ວມມືລະຫວ່າງສອງຝ່າຍຕື່ມອີກ.