ຄະນະ​ທູຕານຸທູດ​ຈີນ​ປະຈຳ​ອາ​ຊຽນຈັດ​ກິດຈະກຳສະຫຼອງ​ບຸນ​ກຸດ​ຈີນ​
2017-01-25 18:14:42  cri 


ເວັບ​ໄຊ​ທູຕານຸທູດ​ຈີນ​ປະຈຳ​ອາ​ຊຽນ​ໃຫ້​ຮູ້​ວ່າ: ຫວ່າງ​ມໍ່ໆ​ມາ​ນີ້, ຄະະ​ທູຕານຸທູດ​ຈີນ​ປະຈຳ​ອາ​ຊຽນ​ໄດ້​ຈັດ "ກິດຈະກຳ​ສະຫຼອງ​ບຸນ​ກຸດ​ຈີນ​ໝູ່​ຮ່ວມ​ຮຽນ​ອາ​ຊຽນຂອງ​ໂຄງການ​ອົບຮົມ​ພະນັກງານ​​ເພື່ອ​ຊ່ວຍ​ເຫຼືອ​ຕ່າງປະ​ເທດຂອງ​ລັດຖະບານ​ຈີນ"ຄັ້ງ​ທຳ​ອິດ ​ໂດຍທານ ຊູ​ປູ້ ​ເອກ​ອັກຄະ​ລັດຖະທູດ​ຈີນ​ປະຈຳ​ອາ​ຊຽນ, ທ່ານ ຫຼີຊີຮ້ານ ຫົວໜ້າ​ກົມ​ວຽກ​ງານ​ປະຊາ​ຄົມ​ສຳນັກ​ເລຂາ​ອາ​ຊຽນ, ທ່ານ ອຸ​ງ ​ສ​ເຣີງຄົງ ຫົວໜ້າ​ກົມ​ວຽກ​ງານ​ສາທາລະນະ​ຂອງ​ສຳນັກ​ເລຂາ​ອາ​ຊຽນ​ແລະ​ອື່ນໆ​ເຂົ້າ​ຮ່ວມ.


ທ່ານ ຊູ້​ປູ້ ກ່າວ​​ວ່າ: ການ​ແລ​ກປ່ຽນ​ດ້ານ​ວັດທະນະທຳ​​ແມ່ນ​ການ​ຄ້ຳ​ປະກັນ​ຕໍ່​ການ​ບັນລຸ​ການ​ເສີມ​ຂະ​ຫຍາ​ຍສາຍ​ພົວພັນ​ລະຫວ່າງ​ຈີນ-ອາ​ຊຽນ​ຢ່າງ​ຍືນ​ຍົງ​ແລະ​ຍາວ​ນານ, ລັດຖະບານ​ຈີນ​ໄດ້​ເອົາ​ໃຈ​ໃສ່​ສູງ​ຕໍ່​ການ​ຮ່ວມ​ມື​ດ້ານ​ການ​ພັດທະນາຊັບພະຍາກອນ​ມະນຸດ​ສອງ​ຝ່າຍ​ແລະ​ຫຼາຍ​ຝ່າຍ ກໍ​ຄື​ການ​ກໍ່ສ້າງ​ຄວາມ​ສາມາດກັບ​ອາ​ຊຽນ ​ແຕ່​ປີ 2015 ​ເປັນ​ຕົ້ນ​ມາ, ຈີນ​ໄດ້​ປະກາດ​ຮັບ​ນັກຮຽນ​ໃໝ່​ຈາກ​ອາ​ຊຽນ​ໃນ​ໂຄງການ​ດັ່ງກ່າວ​​ໂດຍ​ຜ່ານ​ກົນ​ໄກ​ຫຼາຍ​ຝ່າຍ ​ໂດຍ​ໄດ້ສຳ​ເລັດ​ການ​ຝຶກ​ອົບຮົມ​ເຈົ້າ​ໜ້າ​ທີ່​ອົງການ​ຈັດ​ຕັ້ງ​ສາກົນ,ຜູ້​ບໍລິຫານ​, ນັກວິຊາການ​ສະມາຄົມ​ຜູ້​ຊົງ​ຄຸນ​ວຸດ​ທິ​ແລະ​ບຸກຄະລາ​ກອນ​ອື່ນໆ​ໃຫ້​ແກ່​ອົງການ​ຕ່າງໆຂອງ​ອາ​ຊຽນ.

ທ່ານ ອຸ​ງ ສ​ເຣີງຄົງ ​ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍສູງ​ຕໍ່​​ໂຄງການ​ດັ່ງກ່າວຂອງລັດຖະບານ​ຈີນ​ໃນ​ການ​ເສີມ​ຂະຫຍາຍ​ບົດບາດ​ທີ່​ສຳຄັນຕໍ່​ການ​ພັດທະນາ​ເສດຖະກິດ​ສັງຄົມ​ຂອງ​ອາ​ຊຽນ, ພ້ອມ​ທັງ​ສະ​ແດງ​ຄວາມ​ຂອບ​ໃຈ​ຢ່າງ​ຈິງ​ໃຈ​ຕໍ່​ລັດຖະບານ​ຈີນ ​ແລະ​ໃນ​ຕໍ່ໜ້າ,ສຳນັກ​ເລຂາ​ອາ​ຊຽນຈະ​ສືບ​ຕໍ່​ສະໜັບສະໜູນ​ຈີນ​ດຳ​ເນີນ​ໂຄງການ​ກໍ່ສ້າງ​ຄວາມ​ສາມາດ​ປ​ະ​ເພດ​ຕ່າງໆ ​ເພື່ອ​ເປີດ​ກວ້າງ​ການ​ແລກປ່ຽນ​​ແລະ​ກາ​ນຮ່ວມມື​ລະຫວ່າງ​ສອງ​ຝ່າຍຕື່ມ​ອີກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ