ເກີດອຸບັດ​ເຫດ​​​ລະ​ເບີດ​ແຕກ​ຢູ່​ແຂວງ​ອຸດົມ​ໄຊ​ ​ເຮັດ​ໃຫ້​ຄູຝຶກ 1 ຄົນ​ເສຍ​ຊີວິດ,ນັກຮຽນ 30 ຄົນ​ບາດ​ເຈັບ
2017-01-25 18:15:51  cri 
ວັນ​ທີ 24 ມັງກອນ​ນີ້ ຢູ່​​ໂຮງຮຽນ​ມັດທະຍົມ​ສົມບູນເມືອງ​ໄຊ​ແຂວງ​ອຸດົມ​ໄຊ​ທາງ​ພາກ​​ເໜືອ​ຂອງ​ລາວ​​ໄດ້​ເກີດ​ອຸບັດ​ເຫດລະ​ເບີດ​ແຕກ​ຂະນະ​ທີ່​ເຝິກ​​ແອບ​ການ​ທະຫານ ສົ່ງ​ຜົນເຮັດ​ໃຫ້​ຄູ​ເຝິກເສຍ​ຊີວິດໜຶ່ງ​ຄົນ ​ແລະ ນັກຮຽນ 30 ຄົນ​ບາດ​ເຈັບ​.

ສຳນັກ​ຂ່າວສານ​ປະ​ເທດ​ລາວ​ລາຍ​ງານ​ວ່າ: ​ເວລາ 9 ​ໂມງ​ຂອງ​ວັນ​ດັ່ງກ່າວ, ຄູ​​ເຝິກ​​ໄດ້​ສາທິດ​ການ​ໃຊ້​ລະ​ເບີ​ດຂະນະ​ຝຶກ​ແອບ​ວິຊາ​ທະຫານ​ຢູ່​ໂຮງຮຽນ​ມັດທະຍົມ​ສົມບູນ​ເມືອງ​ໄຊ ​ແລະ​ເມື່ອ​ຄູ​ຝຶກ​ຮູ້​ວ່າ​ໃນ​ມື​ເປັນ​ລະ​ເບີດ​ແທ້ຫຼັງ​ແກະສະຫຼັກ​ຈຶ່ງ​ສະຫຼະ​ຊີວິດ​ຂອງ​ຕົນ​ດ້ວຍ​ການ​ກອດ​ລະ​ເບີດ​ແລະ​ໝູນ​ລົງ​ພື້ນ​ດິນ​ຈາກ​ນັ້ນ​ລະ​ເບີດ​ກໍ່​ແຕກ ​ເຮັດ​ໃຫ້​ມີ​ການ​ເສຍ​ຊີວິດ​ແລະ​ບາດ​ເຈັບ.

ຂ່າວ​​ແຈ້ງວ່າ: ປັດຈຸບັນ,ພາກສ່ວນ​ກ່ຽວຂ້ອງ​ພວມ​ສືບສວນ​ອຸບັດ​ເຫດ​ລະ​ເບີດ​ແຕກ​ດັ່ງກ່າວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ