ໝາກ​ໄມ້​ຈາກອາ​ຊຽນຂາຍ​ດີ​ທີ່​ສຸດຢູ່ຈີນ​​ໄລຍະ​ບຸນ​ກຸດ​ຈີນ
2017-01-26 15:24:25  cri 
ທ່ານ​ຊູ​ມາວ​ເຕີ ປະທານ​ສະມາຄົມ​ການ​ຄ້ານຳ​ເຂົ້າ​ແລະ​ສົ່ງ​ອອກ​ໝາກ​ໄມ້ຈີນ-ອາ​ຊຽນ​ຢືນຢັນ​ຕໍ່​ນັກ​ຂ່າວໃນ​ວັນ​ທີ 26 ມັງກອນ​ນີ້​ວ່າ: ​ໂອກາດບຸນ​ກຸດ​ຈີນທີ່​ໃກ້​ຈະມາ​ເຖິງນີ້, ຕະຫຼາດ​ພາຍ​ໃນ​ປະ​ເທດ​ຈີນ​ມີ​ຄວາມ​ຕ້ອງການໝາກ​ໄມ້ຈາກ​ອາ​ຊຽນຫຼາຍ​ຂຶ້ນ​ໂດຍ​​ເຫັນ​ໄດ້​ຈາກການຂາຍຍົກສິນຄ້າ​ແຕ່​ລະ​ມື້​ໄດ້​ເພີ່ມ​ຂຶ້ນ 40% ​ເມື່ອ​ທຽບ​ໃສ່​​ໄລຍະ​ທຳ​ມະ​ດາ ​ແລະ​ລາຄາ​ກໍ​ແພງ​ຂຶ້ນ 10%.

ຢູ່​ດ່ານ​​ພູ​ຈ້າຍຕາມຊາຍ​ແດນຈີນ-ຫວຽດນາມ,ນັກ​ຂ່າວ​ໄດ້​ສັງ​ເກດ​ເຫັນ​ວ່າ: ​ເຖິງ​ວ່າ​ດ່ານ​ຊາຍ​​ແດນ​ໄດ້​ຫຼຸດຂັ້ນ​ຕອນການຜ່ານ​ດ່ານ​ໃຫ້​ກະທັດ​ຮັດ​ກໍ​ຕາມ, ​ແຕ່​ເນື່ອງ​ຈາກ​ປະລິມານ​ການ​ຂົນ​ສົ່ງ​ສິນຄ້າຫຼາຍ​​ເກີນ​ໄປ, ລົດ​ຂົນ​ສົ່ງ​ໝາກ​ໄມ້​ທີ່​ຕ້ອງການ​ຜ່ານ​ດ່ານ​ຈິ່ງ​ຈອດ​ເປັນ​ແຖວ​ຍາວ​ປະມານ 500 ​ແມັດ​ຢູ່​ໜ້າ​ດ່ານ.

​ເພື່​ອ​​ເຮັດ​ໃຫ້ໝາກ​ໄມ້​ມີ​ຄວາມ​ສົດທັງເພີ່ມ​ຄວາມ​ໄວ​ແລະປະລິມານ​ການຈຳໜ່າຍດີ​ຂຶ້ນ, ສະມາຄົມ​ການ​ຄ້າ​ນຳ​ເຂົ້າ​ແລະ​ສົ່ງ​ອອກ​ໝາກ​ໄມ້​ຈີນ-ອາ​ຊຽນຈິ່ງ​ໄດ້​ລອງ​ໃຊ້​ລະບົບ​ການ​ຄ້າ​ເອ​ເລັກ​ໂຕຣນິກ ​ເຊິ່ງປັດຈຸບັນ,6 ວິ​ສາ​ຫະກິດ​ການ​ຄ້າເອ​ເລັກ​ໂຕ​ຣນິກທີ່​ມີ​ຊື່​ສຽງ​ຂອງ​ຈີນໄດ້​ນຳ​ໃຊ້ວັບ​ໄຊ​ດັ່ງກ່າວ​ເພື່ອ​ຈຳໜ່າຍ​ໝາກ​ໄມ້​ທີ່​ນຳ​ເຂົ້າ​ຈາກ​ອາ​ຊຽນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ