ເປີດ​ສາກ​ວາງສະ​ແດງ​ການ​ອອກ​ແບບສິລະ​ປະ​ເອກ​ະລັກຈີນ--ບຸນ​ກຸດ​ຈີນທີ່​ມ່ວນ​ຊື່ນຢູ່​ແບັກ​ແລັງ
2017-01-26 15:33:13  cri 

"ງານ​ວາງສະ​ແດງ​ການ​ອອກ​ແບບສິລະ​ປະ​ເອກ​ະລັກຈີນ--ບຸນ​ກຸດ​ຈີນ2017ທີ່​ມ່ວນ​ຊື່ນ"​ໄດ້​ຈັດ​ຂຶ້ນ​ໃນ​ຄືນ​ວັນ​ທີ 24 ມັງກອນ​ນີ້ຢູ່​ສູນວັດທະນະ ທຳ​ຈີນ​ນະຄອນຫຼວງແບັກ​ແລັງປະ​ເທດ​ເຢຍລະ​ມັນ​ໂດຍ​ທ່ານ​ສື​ມິ​ງ​ເຕີ ​ເອກ​ອັກຄະ​ລັດຖະທູດ​ຈີນ​ປະຈຳ​ເຢຍລະ​ມັນ​ແລະ​​ແຂກ​ຖືກ​ເຊີນ​ເຢຍລະ​ມັນ​ຮ້ອຍ​ກວ່າ​ທ່ານ​ເຂົ້າ​ຮ່ວມ.

ງານ​ວາງສະ​ແດງ​ຄັ້ງ​ນີ້ມີ​ຫົວຂໍ້​ "ຫົວ​ຄິດປະດິດ​ສ້າງ​ຈີນ,​ເອກະລັກ​​ແບບ​ຈີນ,ການ​ອອກ​ແບບ​ຂອງ​ຈີນ"​ໂດຍ​ນຳ​ເອົາຫັດຖະກຳ​ຖັກ​ແສ່ວ​ທີ່​ມີ​ຊື່​ສຽງ 4 ຂະ​ແໜງ, ຊຸດ​ກີ​ເພົາ​ແລະຜ້າ​ແສ່ວ​ເຜົ່າ​ມົ້ງ ​ຈາກ​ເຂດ​ນິຄົມ​ອຸດສາຫະກຳ​ວັດທະນະທຳ​ເສັ້ນ​ໄໝ​ຈີນ​ມາ​ວາງສະ​ແດງ​ເຊິ່ງ​ສ່ອງ​ແສງ​ໃຫ້​ເຫັນ​ເຖິງຄວາມ​ເຂົ້າ​ໃຈ​ເປັນ​ພິ​ເສດ​ແລະ​ການ​ສືບ​ທອດ​ສິລະ​ປະ​ຫັດຖະກຳ​ດັ້ງ​ເດີມ​ຂອງ​ບັນດາ​ນາຍຊ່າງຫັດຖະກຳ​ຍຸກ​ປັດຈຸບັນ. ສ່ວນຮ້ານ​ວາງສະ​ແດງວັດທະນະທຳ​ຊາ​ແບບ​ປະຍຸກ​ຂອງ​ຈີນ​ຍຸກ​ປັດຈຸບັນກໍ​ໄດ້​ເຮັດ​ໃຫ້ຜູ້​ຊົມ​ເຫັນ​ໄດ້​ວ່າຄົນ​ຈີນ​ໄດ້ສະ​ແຫວ​ງຫາ​ການ​ສ້າງຊີວິດ​ການ​ເປັນຢູ່​ທີ່​ມີ​ຄຸນ​ນະພາ​ບສູງ.

1 2 3 4 5 6
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ