ສ ​ເກົາຫຼີ​ຮຽກຮ້ອງ​ໃຫ້​ຄະນະ​ກຳມະການ​ຈັດກິລາ​ລະດູ​ໜາວ​ອາຊີ​ຍີ່ປຸ່ນ​ໃຊ້​ມາດ​ຕະການ​ຕໍ່​ໂຮງ​ແຮມ​ກຸ່ມ​ຝ່າຍ​ຂວາ
2017-01-26 15:44:22  cri 
ຄະນະ​ກຳມະການ​ໂອ​ລິ​ມປິກ​ສ ​ເກົາຫຼີ​ຢືນຢັນ​ໃນ​ວັນ​ທີ 25 ມັງກອນ​ນີ້​ວ່າ ຕົນ​ໄດ້​ສົ່ງ​ສານ​ເຖິງຄະນະ​ກຳມະການ​ຈັດ​ກິລາ​ລະດູ​ໜາວ​ອາຊີ​ເມືອງ​ຊັບ​ໂປ​ໂຣຍີ່ປຸ່ນ​ຢ່າງເປັນທາງການໂດຍ​ຮຽກຮ້ອງ​ໃຫ້ປະຕິບັດ​ມາດ​ຕະການ​ຮັບ​ມື​ຕໍ່ກໍລະນີທີ່ໂຮງ​ແຮມAPAວາງ​ປຶ້ມ​ຝ່າຍ​ຂວາ​ຢ່າງ​ເປີດ​ແປນ.

ສານ​ດັ່ງກ່າວ​ລະບຸ​ວ່າ: ການ​ທີ່​ວາງ​ປຶ້ມ​ຝ່າຍ​ຂວາ​ຢູ່​ໃນ​ໂຮງ​ແຮມ​ທີ່​ຄະນະ​ກຳມະການ​ຈັດ​ງານກຳນົດ​ນັ້ນ​ບໍ່​ສອດຄ່ອງ​ກັບ​ທິດ​ທາງ​ຂອງ ​ກິລາ​ລະດູ​ໜາວ​ອາຊີ​ທີ່​ສົ່ງ​ເສີມ​ການ​ແລກປ່ຽນ​ສາກົນ​ດ້ວຍ​ກິລາ ​ແລະ​ຮຽກຮ້ອງ​ໃຫ້​ ​ໃຊ້​ມາດ​ຕະການ​ກ່ຽວຂ້ອງ​ຕໍ່ກໍລະນີນີ້.

ຄະນະ​ກຳມະການ​ໂອ​ລິ​ມປິກ​ສ ​ເກົາຫຼີ​ຢືນຢັນ​ໃນຕອນ​ບ່າຍ​ວັນ​ທີ 25 ມັງກອນ​ນີ້ວ່າ ຄະນະ​ກຳມະການ​ຈັດ​ກິລາ​ລະດູ​ໜາວ​ອາຊີ​ຊັບ​ໂປ​ໂຣ​ໄດ້ສົ່ງ​ສານ​ຕອບ​ ​ຄະນະ​ກຳ​ມະ​ການ​ໂອ​ລິ​ມປິກ​ສ ​ເກົາຫຼີ​ແລ້ວ​ໂດຍ​ຢືນຢັນ​ວ່າ​ຈະ​ເອົາ​ປຶ້ມ​ຝ່າຍ​ຂວາ​ທີ່​ວາງຢູ່​ຫ້ອງ​ນອນ​ໂຮງ​ແຮມ APA ​ເຊິ່ງ​ເປັນ​ທີ່​ພັກ ​ຂອງ​ນັກ​ກິລາ​ນັ້ນ​ອອກ​ໃນ​ໄລຍະຈັດກິລາ​ລະດູ​ໜາວ​ອາຊີ.

​ເມື່ອ​ມໍ່ໆ​ນີ້, ສື່​ມວນ​ຊົນ​ໄດ້​ເປີ​ດ​ເຜີຍ​ເຫດການ​ຫ້ອງ​ນອນຂອງໂຮງ​ແຮມ​ຕ່ອງ​ໂສ້ APA ຂອງ​ຍີ່ປຸ່ນ​ໄດ້​ວາງປຶ້ມ​ຝ່າຍ​ຂວາ​ທີ່​ບິດ​ເບືອນ​ປະຫວັດສາດ ​ເຊິ່​ງພາ​ໃຫ້​ຈີນ​ແລະ​ສ ​ເກົາຫຼີ​ເກີດ​ຄວາມ​ໂກດ​ແຄ້ນ​ຢ່າງ​ຮຸນ​​ແຮງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ