ປີ​ນີ້ ໄທ​ຈະ​ຊື້​ກຳ​ປັ່ນ​ດຳ​ນ້ຳ​ຈີນ​ລຳ​ທຳ​ອິດ​
2017-01-26 16:40:03  cri 
ໜັງສືພິມ Universal Daily News ຂອງ​ໄທ​ສະບັບ​ວັນ​ທີ 24 ມັງກອນ​ນີ້​ລາຍ​ງານ​ວ່າ: ທ່ານ​ພົນ​ເອກ​ປຣະວິດ ວົງ​ສຸວັນ ຮອງ​ນາຍົກລັດຖະມົນຕີທັງ​ເປັນ​ລັດຖະມົນຕີ​ກະຊວງ​ປ້ອງກັນ​ປະ​ເທດ​ໄທ​ຢືນຢັນ​ວ່າ ປີ​ນີ້,​ໄທ​ຈະ​ຊື້​ກຳ​ປັ່ນ​ດຳ​ນ້ຳ​ລຳ​ທຳ​ອິດ​ຈາກ​ຈີນ​ດ້ວຍ​ຮູບ​ແບບ "ລັດ​ຕໍ່​ລັດ"​ມູນ​ຄ່າ 13 ຕື້ 500 ລ້ານ​ບາດ ຫຼັງໄດ້​ຮັບ​ການ​ອະນຸມັດ​ຈາກ​ສະພາ​ນິຕິບັນຍັດ​ແຫ່ງ​ຊາດ​ແລ້ວ.

ທ່ານ​ປຣະວິດ​ຢືນຢັນ​ວ່າ ນ່ານ​ທະ​ເລ​ຂອງ​​ໄທ​ອຸດົມສົມບູນ​ໄປ​ດ້ວຍຊັບພະຍາກອນ​ທຳ​ມະ​ຊາດ​​ໂດຍ​ສະ​ເພາະ​ເຂດ​ທະ​ເລ​ອັນ​ດາ​ມັນ, ຈາກ​ນີ້,​ໄທ​ຕ້ອງ​ມີ​ກຳລັງ​ຕົວ​ຈິງ​ໃນ​ການ​ປົກປັກ​ຮັກສາຊັບ​ພະຍາກອນ​ແລະ​ອຳນາດ​ອະທິປະ​ໄຕ​ອັນ​ຄົບ​ຖ້ວນ. ຂະນະ​ທີ່​ປະ​ເທດ​ອ້ອມ​ຂ້າງ​ຕ່າງ​ກໍ​ມີ​ກຳ​ປັ່ນ​ດຳ​ນ້ຳ​ແລ້ວ ​ແລະ​ໄທ​ກໍ​ຕ້ອງ​ມີ​ກອງ​ກຳ​ປັ່ນ​ດຳ​ນ້ຳຂອງ​ຕົນ​ເຊັ່ນ​ດຽວ​ກັນ.

​ເຈົ້າ​ໜ້າ​ທີ່​ທະຫານ​ໄທ​ຢືນຢັນ​ວ່າ ​​ແຜນ​ຈັດ​ຊື້​ດັ່ງກ່າວ​ບໍ່​ພຽງ​ແຕ່​ຈະ​ໄດ້​ຮັບ​ກຳ​ປັ່ນ​ດຳ​ນ້ຳ​ເທົ່າ​ນັ້ນ, ຍັງ​ຈະ​ໄດ້​ຮັບ​ປ​ໂຫຍ​ດຫຼາຍ​ດ້ານ​ຈາກຈີນ​ເປັນ​ຕົ້ນ​ການ​ຝຶກ​ອົບຮົມ​ບຸກຄະລາ​ກອນ, ອາວຸດ​ຍຸດ​ໂທ​ປະກອນ​ຕິດ​ກຳ​ປັ່ນ​ດຳ​ນ້ຳ, ​ເຕັກນິກ​ ​ແລະ​ການຮັກສາ​ສ້ອມ​ແປງ​ທັງ​ຈະ​ຮັບປະກັນ​ການ​ນຳ​ໃຊ້​ແລະ​ການ​ປັບປຸງ​ເປັນເວລາ 6 ປີ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ