ທ່ານ​ຮຸນ​ເຊັນ​ໄດ້ "ຂັນ​ລາງວັນ​ປະທານ​ຄະນະ​ກຳມະການ​ໂອ​ລິ​ມປິກ​ສາກົນ"
2017-01-26 11:30:09  cri 

​ຕອນ​ບ່າຍ​ວັນ​ທີ 25 ມັງກອນ​ນີ້, ທ່ານ​ເຊີ ມຽງ ກຳມະການ​ຄະນະ​ກຳມະການ​ໂອ​ລິ​ມປິກ​ສາກົນ ​ໄດ້​ຕາງໜ້າທ່ານ ​ໂທ​ມັສ ບາສ໌ ​ປະທານ​ຄະນະ​ກຳມະການ​​ໂອ​ລິ​ມປິກ​ສາກົນ ມອບ​ຂັນ​ລາງວັນ​ປະທານ​ຄະນະ​ກຳມະການ​ໂອ​ລິ​ມປິກ​ສາກົນ​ໃຫ້​ທ່ານ​ຮຸນ​ເຊັນ ນາຍົກລັດຖະມົນຕີກຳປູ​ເຈຍ ຢູ່​ນະຄອນຫຼວງພະນົມ​ເປັນ ​ເພື່ອ​ຊົມ​ເຊີຍ​ຕໍ່​ການ​ປະກອບສ່ວນ​ໃນ​ພາລະກິດ​ການ​ກິລາ.

ທ່ານ​ເຊີ ມຽງ ກ່າວ​ວ່າ: ຂັນ​ລາງວັນ​ດັ່ງກ່າວ ​ແມ່ນ​ການ​ສ້າງ​ຂຶ້ນຂອງທ່ານຮັກ​ເກັສ ​ໂຣ​ເກ(Jacques Rogge) ອະດີດ​ປະທານ​ຄະນະ​ກຳມະການ​ໂອ​ລິ​ມປິກ​ສາກົນ​ ເພື່ອມອບ​ໃຫ້​ນັກ​ກິລາ ຫຼື ຜູ້ນຳ​ການ​ກິລາ​ທີ່​ໄດ້​ປະກອບສ່ວນອັນ​ລ້ຳ​ຄ່າ​ເພື່ອພາລະກິດ​ດ້ານ​ນີ້.

ທ່ານ​ໂທ​ມັສ ບາສ໌ ກ່າວ​ວ່າ: ຄະນະ​ກຳມະການ​ໂອ​ລິ​ມປິ​ສາກົນ​ໄດ້​ມອບ "ຂັນ​ລາງວັນ​ປະທານ​ຄະນະ​ກຳມະການ​ໂອ​ລິ​ມປິກ​" ​ໃຫ້​ທ່ານ​ຮຸນ​ເຊັນ ກໍ​ເພື່ອ​ຊົມ​ເຊີຍ​ທີ່ທ່ານ​ໄດ້​ປະກອບສ່ວນ​ອັນ​ລ້ຳ​ຄ່າ​ເພື່ອ​ພາລະກິດ​ການ​ກິລາ​ຂອງ​ປະ​ເທດ​ກຳປູ​ເຈຍ.

ທ່ານ​ຮຸນ​ເຊັນ ​ກ່າວ​ໃນ​ພິທີ​ມອບລາງວັນວ່າ: ນີ້​ເປັນ​ກຽດ​ຂອງ​ຕົນ, ພັນ​ລະ​ຍາ​ຕົນ, ​ເຫຼົ່ານັກ​ກິລາ​ກຳປູ​ເຈຍທັງ​ໝົດ ລວມທັງ​ຊາວ​ກຳປູ​ເຈຍ​ທຸກ​ຖ້ວນ​ໜ້າ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ