ສາຍ​ພົວພັນ​ລະຫວ່າງ​ຈີນ-ມາ​ເລ​ເຊຍ​ເຂົ້າສູ່​ໄລຍະ​​ພັດທະນາ​ຢ່າງ​ໜັກ​ແໜ້ນ ​ແລະ ຮອບດ້ານ
2017-01-26 11:32:27  cri 

ສະ​ຖານ​ທູດ​ຈີນ​ປະຈຳ​ມາ​ເລ​ເຊຍ ​ໄດ້​ຈັດ​ງານ​ລ້ຽງ​ຕ້ອນຮັບ​ບຸນ​ກຸດ​ຈີນປີ​ລະ​ກາ ຢູ່​ນະຄອນຫຼວງ​ກົວ​ລາ​ລຳ​ເປີ​ໃນຕອນ​ຄ່ຳ​ວັນ​ທີ 25ມັງກອນ​ນີ້.

ທ່ານ​ຫວງ​ຮຸ້ຍຄ່າງ ​ເອກ​ອັກຄະ​ລັດຖະທູດ​ຈີນ​ປະຈຳ​ມາ​ເລ​ເຊຍ ​ໄດ້​ກ່າວ​ປາ​ໄສ​ວ່າ: ​ໃນ​ໜຶ່ງ​ປີຜ່ານມາ, ຄວາມ​ໄວ້​​ເນື້ອເຊື່ອ​ໃຈ​ທາງ​ການ​ເມືອງລະຫວ່າງຈີນ​ແລະ​ມາ​ເລ​ເຊຍ​​ໄດ້​ເຂົ້າສູ່​ລວງ​ເລິກ​ຢ່າງ​ບໍ່​ຢຸດ​ຢັ້ງ, ການ​ຮ່ວມ​ມື​ເສດຖະກິດ​ການ​ຄ້າ​ໄດ້​ຮັບ​ໝາກຜົນ​ຢ່າງຫຼວງຫຼາຍ, ການ​ແລກປ່ຽນ​ດ້ານ​ວັດທະນະທຳ​ກໍ​​ເພີ່ມ​ຂຶ້ນ​ເລື້ອຍໆ ​ແລະ ການ​ຮ່ວມ​ມື​ດ້ານ​ການ​ປ້ອງ​ກັນ​ປະ​ເທດ​ແລະ​ການ​ປະຕິບັດ​ກົດໝາຍ​ກໍ​ມີ​ຄວາມ​ຄືບ​ໜ້າພົ້ນ​ເດັ່ນຫຼາຍຂຶ້ນ. ປັດຈຸບັນ, ສາຍ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ໄດ້​ເຂົ້າສູ່​ໄລຍະ​​ພັດທະນາ​ຢ່າງ​ສົມບູນ, ໜັກ​ແໜ້ນ, ວ່ອງ​ໄວ ​ແລະ ຮອບດ້ານ ທັງຢືນຢູ່​ແຖວ​ໜ້າ​ຂອງ​ການ​ພົວພັນ​ລະຫວ່າງ​ຈີນ​ແລະ​ປະ​ເທດ​ອື່ນໆໃນ​ອາ​ຊຽນ.

ທ່ານ​ຫວງ​ຮຸ້ຍຄ່າງ ກ່າວ​ຕື່ມ​ວ່າ: ຈີນ​ເປັນຄູ່​ຄ້າ​ໃຫຍ່​ອັນ​ດັບ​ໜຶ່ງ​ຂອງ​ມາ​ເລ​ເຊຍ 7 ປີ​ຕໍ່​ເນື່ອງ ​ໂດຍ​ປີຜ່ານມາພຽງ​ເດືອນ​ທັນວາ​ເດືອນ​ດຽວ, ມູນ​ຄ່າ​ການ​ຄ້າ​ລະຫວ່າງ​ສອງຝ່າຍ​ໄດ້​ບັນລຸ​ເຖິງ 9 ຕື້ 890 ລ້ານ​ໂດ​ລາ​ສະຫະລັດ ​ເປັນ​ສະຖິຕິ​ສູງ​ສຸດ​ສຳລັບ​ມູນ​ຄ່າ​ການ​ຄ້າ​ພຽງ​​ເດືອນ​ດຽວ​ໃນ​ຊຸມ​ປີຜ່ານມາ. ຂະນະ​ທີ່ຈີນ​ແລະ​ມາ​ເລ​ເຊຍ​ຮ່ວມ​ສ້າງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ" ນັ້ນ ກໍ​ໄດ້​ຮັບ​ໝາກຜົນ​​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ​ໃນ​ເບື້ອງ​ຕົ້ນ. ທັງ​ນີ້​ຈຶ່ງ​​ເວົ້າ​ໄດ້​ວ່າ ການ​ຮ່ວມ​ມື​ລະຫວ່າງ​ຈີນ-ມາ​ເລ​ເຊຍ​​ໄດ້ເປັນ​ແບບຢ່າງ​ແຫ່ງ​ຄວາມສະ​ເໝີ​ພາບ​ ແລະ ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ