ທູດ​ອາ​ເມ​ລິ​ກາ​​ສະໜັບສະໜູນ​ປະ​ທາ​ນາ​ທິບໍດີ​ຟິລິບ​ປິນປາບ​ປາມ​ຢາ​ເສບ​ຕິດ
2017-01-26 15:53:00  cri 

ອາ​ເມ​ລິ​ກາ​ໄດ້​ສະ​ແດງ​ທ່າ​ທີຫຼ້າສຸດ​ຂອງ​ຕົນ​ຕໍ່​ການ​ປາບ​ປາມ​ຢາ​ເສບ​ຕິດ​ຢ່າງ​ແຂງ​ແຮງ​ຂອງ​ທ່ານ​ໂຣດຣີ​ໂກ ດູ​ເຕີ​ເຕ ປະທານາທິບໍດີ​ຟິລິບ​ປິນ ​ທັນທີ ຫຼັງທ່ານ​ໂດ​ນັນ ທຣຳ ຂຶ້ນຮັບ​ຕຳ​ແໜ່​ງປະທານາທິບໍດີ. ທັງ​ນີ້ ໜັງສືພິມ "​ເດິ​ຟິລິບ​ປິນສະຕາ" ສະບັບ​ວັນ​ທີ 25 ມັງກອນ​ນີ້​ລາຍ​ງານ​ວ່າ, ທ່ານ​ຊຸງ​ກິມ ​ເອກ​ອັກຄະ​ລັດຖະທູດ​ອາ​ເມ​ລິ​ກາ​ປະຈຳ​ປະ​ເທດ​ຕົນ​ກ່າວ​ວ່າ: ລັດຖະບານ​ອ​າ​ເມ​ລິ​ກາ​ສະໜັບສະໜູນ​ລັດຖະບານ​ຟິລິບ​ປິນ​ຕໍ່ຕ້ານ​ໄພ​ຂົ່ມຂູ່​ຈາກ​ຢາ​ເສບ​ຕິດ ​ເຊິ່ງ​ຕ່າງ​ຈາກຫຼັກໝັ້ນຂອງ​ລັດຖະບານ​ໂອ​ບາ​ມາຫຼາຍທີ່​ສຸດ.

ທັງ​ນີ້, ທ່ານ​ຊຸງ​ກິມ ​ໄດ້​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ​ຢູ່​ນະຄອນຫຼວງມະ​ນີລາ ປະ​ເທດ​ຟິລິບ​ປິນ​ໃນ​ວັນ​ທີ 24 ມັງກອນ​ນີ້​ວ່າ: ອາ​ເມ​ລິ​ກາ​ແລະ​ຟິລິບ​ປິນ​ໄດ້​ຮ່ວມ​ມື​ກັນ​ຢ່າງ​ແໜ້ນ​ແຟ້ນ​ໃນການ​ປາບ​ປາມ​ການ​ຄ້າຂາຍ​ຢາ​ເສບ​ຕິດ ​ແລະອາ​ເມ​ລິ​ກາກໍ​ສະໜັບສະໜູນ​ຟິລິບ​ປິນປາບປາມ​ຢາ​ເສບ​ຕິດ. ຂະນະ​ທີ່ຕົນ​ກໍ​ເຂົ້າ​ໃຈ​​ທ່ານ​ດູ​ເຕີ​ເຕທີ່​ເລັ່ງ​ການ​ປາບ​ປາມ​ຢາ​ເສບ​ຕິດ ​ແລະ​ອາ​ເມ​ລິ​ກາ​ກໍ​ຫວັງ​ວ່າ​ຈະ​ສືບ​ຕໍ່​ຮ່ວມ​ມື​ກັບ​ຟິລິບ​ປິນ​ໃນ​ຂົງ​ເຂດ​ທີ່​ກ່ຽວຂ້ອງ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ