ລາວ​ປະດັບຫຼຽນ​ໄຊ​ມິດຕະພາບ​ໃຫ້​ແກ່​ທູດ​ຈີນ
2017-01-26 16:53:00  cri 

ທ່ານ​ສະ​ເຫຼີມ​ໄຊ ກົມມະ​ສິດ ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ລາວ ​ໄດ້​ຕາງໜ້າ​ລັດຖະບານ​ລາວ​ໃກ້​ກຽດປະດັບຫຼຽນ​ໄຊ​ມິດຕະພາບ​ໃຫ້​ແກ່​ທ່ານ​ກ່ວນຮວາ​ປິ່ງ ​ເອກ​ອັກຄະ​ລັດຖະທູດ​ຈີນ​ປະຈຳ​ລາວ ​ໃນວັນ​ທີ 26 ມັງກອນ​ນີ້ ​ເພື່ອ​ຊົມ​ເຊີຍ​ຜົນງານ​ການປະກອບສ່ວນ​ສົ່ງ​ເສີມ​ການ​ຮ່ວມ​ມື​ແລະ​ໄມຕີ​ຈິດ​ມິດຕະພາບລະຫວ່າງ​ສອງ​ປະ​ເທດ ພ້ອມ​ດ້ວຍການ​ພັດທະນາ​ສັງຄົມ​ລາວ.

​ທ່ານ​ຟອງ​ສະໝຸດ ອັນ​ລາ​ວັນ ຫົວໜ້າ​ກົມ​ອາຊີ​ປາຊີ​ຟິກ ກະຊວງ​ການ​ຕ່າງປະ​ເທດ​ລາວ ກ່າວ​ໃນ​ພິທີ​ດັ່ງກ່າວ​ວ່າ: ປະທານ​ປະ​ເທດ​ລາວ ​ໄດ້​ລົງ​ນາມ​ໃນລັດຖະ​ດຳລັດ​ ຕົກລົງ​ມອບຫຼຽນ​ໄຊ​ມິດຕະພາບ​ໃຫ້​ແກ່​ທ່ານ​ເອກ​ອັດ​ຄະ​ລັດຖະທູດ​ກ່ວນຮວາ​ປິ່ງ ​ເພື່ອ​ຊົມ​ເຊີຍ​​ຜົນງານ​ດີ​ເດັ່ນ​ໃນ​​ໄລຍະດຳລົງຕຳ​ແໜ່​ງຂອງທ່ານ​ຢູ່​ລາວ.

ທ່ານ​ກ່ວນຮວາ​ປິ່ງ ກ່າວ​ວ່າ: ການ​ໄດ້​ຮັບຫຼຽນ​ໄຊ​ມິດຕະພາບ​ລະດັບ​ຊາດ​ຂອງ​ລາວ​ເທື່ອ​ນີ້ ບໍ່​ພຽງ​ແຕ່​​ສະ​ແດງ​ໃຫ້​ເຫັນ​ເຖິງ​ໄມ​ຕີ​ຈິດ​ມິດຕະພາບຂອງ​ປະຊາຊົນ​ລາວ​ທີ່​ມີ​ຕໍ່​ຈີນ​ເທົ່າ​ນັ້ນ, ​ແຕ່​ຍັງ​ເປັນ​ການ​ຢືນຢັນ​​ເຖິງ​ຜົນສຳ​ເລັດ​ໃນ​ການ​ປະຕິບັດ​ໜ້າ​ທີ່ວຽກ​ງານ​ຂອງ​ສະຖານທູດ​ຈີນ​ປະຈຳ​ລາວ​ຢ່າງ​ເຕັມ​ສ່ວນ​ອີກ​ດ້ວຍ. ​ໃນ​ຕໍ່ໜ້າ, ຕົນ​ຈະຮັກສາ​ພາບ​ປະ​ທັບ​ໃຈ​ທີ່​ຈົບງາມ​ໃນ​ໄລຍະ​ປະຕິບັດ​ໜ້າ​ທີ່ຢູ່​ລາວ​ໄວ້​​ໃນ​ສ່ວນ​ເລິກ​ຂອງ​ຫົວ​ໃຈ ​ແລະ​ຈະ​ສືບ​ຕໍ່​ສຸມ​ທຸກຄວາມພະຍາຍາມ​ເສີມ​ຂະຫຍາຍ​ສາຍ​ພົວພັນ​ລະຫວ່າງ​ຈີນ-ລາວ.

1 2
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ