ຫວຽດນາມ​ສະ​ແດງ​ທ່າ​ທີ​ຕໍ່​ການປະກາດ​ຖອນ​ອອກ​ຈາກ TPP ຂອງ​ອາ​ເມ​ລິ​ກາ
2017-01-26 16:17:07  cri 
ຕາມ​ຂ່າວ CRI: ພາຍຫຼັງ​ອາ​ເມ​ລິ​ກາ​ປະກາດຖອນ​ອອກ​ຈາກສັນຍາ​ຄູ່​ຮ່ວມ​ຂ້າມ​ປາຊີ​ຟິກ ຫຼື TPP, ຫວຽດນາມ​ເຊິ່ງ​ເປັນ​ປະ​ເທດທີ່​ໄດ້​ລົງ​ນາມ​ສັນຍາ​ດັ່ງກ່າວ​ໄດ້​ສະ​ແດງ​ທາ​ທີ​ຂອງ​ຕົນຕໍ່​ກໍລະນີ​ດັ່ງກ່າວ​ເມື່ອ​ມໍ່​ໆ​ມາ​ນີ້.

ທ່ານ​ເລ​ໄຫ​ບິງ, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ​ກ່າວ​ວ່າ,​ ​ໃນ 6 ປີ​ຜ່ານມາ​ນີ້,​ 12 ປະ​ເທດ​ສະມາຊິກ​ຂອງ TPP ​ໄດ້​ພະຍາຍາມ​ເຈລະຈາ​ແລະ​ສຳ​ເລັດ​ການ​ລົງ​ນາມ​ສັນຍາ​ດັ່ງກ່າວ.​ຖ້າວ່າ​ສັນຍາ​ດັ່ງກ່າວ​ໄດ້​ຮັບ​ການ​ປະຕິບັດ,​ ຈະສາມາດ​ຕອບ​ສະໜອງ​ຜົນ​ປະ​ໂຫຍ​ດຮ່ວມ​ກັນ​ຂອງບັນດາ​ປະ​ເທດ​ສະມາຊິກ​ແລະຈະ​ມີ​ຄວາມ​ໝາຍ​ສຳຄັນ​ຕໍ່​ການ​ຮ່ວມ​ມື​ເສດຖະກິດ,​ ​ເຊື່ອມ​ຈອດ​ກັນ​,​ ຄວາມ​ໝັ້ນ​ທ່ຽງ​ແລະ​ຈະ​ເລີ​ນຮຸ່ງ​ເຮືອງ​ຂອງ​ເຂດ​ອາຊີ​ປາຊີ​ຟິກ.

ພາຍຫຼັງ​ທ່ານ​ໂດ​ນັນ ທຣຳ ປະທານາທິບໍດີ​ອາ​ເມ​ລິ​ກາ​ປະກາດ​ຖອນ​ອອກ​ຈາກ TPP ​ແລ້ວ,​ຫວຽດນາມ​ຈະ​ສືບຕໍ່​ປະຕິບັດ​ພາລະກິດ​ການປະຕິ​ຮູບ​ຂອງ​ຕົນ,​ ​ເພີ່ມ​ທະ​ວີ​ວຽກ​ງານ​ກະກຽມ​ເພື່ອ​ຮັບປະກັນ​ປະຕິບັດ​ຕາມ​ຄຳ​ໝັ້ນ​ສັນຍາ​ຂອງ​ສັນຍາ​ການ​ຄ້າ​ເສລີ​ຕ່າງໆ​ທີ່​​ໄດ້​ລົງ​ນາມ​ແລະ​ຈະ​ລົງ​ນາມ​ແລ້ວ​ໃນ​ອະນາຄົດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ