ທ່ານ​ຫຼີ​ເຄີ້ສຽງ​ລົມໂທລະສັບ​ກັບ​ທ່ານນາງ​ເມີ​ເຄວ
2017-01-26 16:23:06  cri 
ຕາມ​ຂ່າວ CRI: ຕອນ​ຄ່ຳ​ວັນ​ທີ 25 ມັງກອນ​ນີ້,​ ທ່ານ​ຫຼີ​ເຄີ້ສຽງ ນາຍົກລັດຖະມົນຕີຈີນ​ໄດ້​ລົມໂທລະສັບ​ກັບ​ທ່ານ​ນາງອັນ​ເຈີ​ລາ ​ເມີ​​ເຄວ,​ ນາຍົກລັດຖະມົນຕີ​ເຢຍລະ​ມັນ​​ຕາມ​ນັດ​ໝາຍ.​ ​​ໂດຍນາຍົກລັດຖະມົນຕີສອງປະ​ເທດ​ໄດ້​ແລກປ່ຽນ​ຄວາມ​ເຫັນ​ກ່ຽວ​ກັບ​ສາຍ​ພົວພັນ​ລະຫວ່າງ​ຈີນ​ກັບ​ເຢຍລະ​ມັນ​ແລະ​ສະຫະພາບ​ເອີ​ລົບ,​ ລວມທັງສະຖານະ​ຖານ​ພາກ​ພື້ນ​ແລະ​ສາກົນ​ໃນ​ປັດຈຸບັນ​ແລະ​ບັນຫາ​ທີ່​ສອງ​ຝ່າຍ​ສົນ​ໃຈ​ຮ່ວມ​ກັນ.

ທ່ານ​ຫຼີ​ເຄີ້ສຽງ​ຊີ້​ໃຫ້​ເຫັນ​ວ່າ,​ ຈີນ​ເອົາ​ໃຈ​ໃສ່ຕໍ່​ການ​ຜັນ​ແປ​ຂອງ​ສະຖານະ​ການ​ເອີ​ລົບ,​ ​​ໂດຍຈະສະໜັບສະ​ໜູນ​ເອີ​ລົບ​ເຊື່ອມ​ໂຍງ​ເຂົ້າກັນ​ຢ່າງ​ເດັດດ່ຽວ,​ ຫວັງ​ວ່າ​ເອີ​ລົບຈະ​ສາມາດ​ຮັກສາ​ຄວາມ​ໝັ້ນ​ທ່ຽງ​ແລະ​ຈະ​ເລີ​ນ​ຮຸ່ງ​ເຮືອງ,​ ນອກ​ນີ້ຈີນກໍ​ຫວັງ​ຮ່ວມ​ກັບ​ເອີ​ລົບ​ຊຸກຍູ້​ໃຫ້​ສາຍ​ພົວພັນ​ລະຫວ່າງ​ສອງ​ຝ່າຍ​ໃຫ້​ມີ​ຄວາມ​ຄືບ​ໜ້າ​ໃຫຍ່​ກວ່າ​ເກົ່າ. ​ແລະຫວັງ​ວ່າ​ເຢຍລະ​ມັນ​ຈະສາມາດ​ຊຸກຍູ້​ໃຫ້​ສະຫະ​ພາບ​ເອີ​ລົບ​ປະຕິບັດ​ຄຳ​ໝັ້ນ​ສັນຍາ​ຕາມມາດຕາ​ທີ 15 ຂອງ "ອະນຸ​ສັນຍາ​ກ່ຽວ​ກັບ​ຈີນ​ເຂົ້າ​ເປັນ​ສະມາຊິກ​ອົງການ​ການ​ຄ້າ​ໂລກ" ​ໂດຍ​ໄວ.

ທ່ານ​ນາງ​ເມີ​ເຄວກ່າວ​ວ່າ,​ ​ເຢຍລະ​ມັນ​ຍິນ​ດີ​ຮັກສາ​ການ​ໄປມາ​ຫາ​ສູ່​ກັນ​ຂັ້ນ​ສູງ​ກັບ​ຈີນ​ໃນ​ປີ​​ໃໝ່,​ ທັງ​ຈະລົງ​ເລິກ​ຮ່ວມ​ມື​​ໃນ​ຂົງ​ເຂດ​ເສດຖະກິດ​ການ​ຄ້າ, ພະລັງງານ​ໃໝ່​ແລະ​ອື່ນໆ​ພາຍ​ໃຕ້​ຂອບ​ກຸ່ມ 20 ປະ​ເທດ. ​ຂະນະ​ດຽວ​ກັນ​ກໍ​ຕີ​ລາຄາ​ສູງ​ທີ່​ຈີນ​ສະໜັບສະໜູນ​ເອີ​ລົບ​​ເຊື່ອມ​​ໂຍງ​ເຂົ້າກັນ,​ ຍິນ​ດີ​ຊຸກ​ຍູ້​ສະຫະພາບ​ເອີ​ລົບ​ປະຕິບັດ​ຕາມ​ຄຳ​ໝັ້ນ​ສັນຍາ​ທີ່​ກ່ຽວຂ້ອງ​ຕາມ "ອະນຸ​ສັນຍາ​ກ່ຽວ​ກັບ​ຈີນ​ເຂົ້າ​ເປັນ​ສະມາຊິກ​ອົງການ​ການ​ຄ້າ​ໂລກ",​ ​ແລະ​ຫວັງ​ວ່າຈະ​ປະສົບ​ຜົນ​ສຳ​ເລັດ​ໃນການ​ເຈລະຈາ​ສັນຍາ​ການ​ລົງ​ທຶນລະຫວ່າງ​ຈີນ​ເອີ​ລົບ​ໂດຍ​ໄວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ