ຕາມຂ່າວ CRI: ຕອນຄ່ຳວັນທີ 25 ມັງກອນນີ້, ທ່ານຫຼີເຄີ້ສຽງ ນາຍົກລັດຖະມົນຕີຈີນໄດ້ລົມໂທລະສັບກັບທ່ານນາງອັນເຈີລາ ເມີເຄວ, ນາຍົກລັດຖະມົນຕີເຢຍລະມັນຕາມນັດໝາຍ. ໂດຍນາຍົກລັດຖະມົນຕີສອງປະເທດໄດ້ແລກປ່ຽນຄວາມເຫັນກ່ຽວກັບສາຍພົວພັນລະຫວ່າງຈີນກັບເຢຍລະມັນແລະສະຫະພາບເອີລົບ, ລວມທັງສະຖານະຖານພາກພື້ນແລະສາກົນໃນປັດຈຸບັນແລະບັນຫາທີ່ສອງຝ່າຍສົນໃຈຮ່ວມກັນ.
ທ່ານຫຼີເຄີ້ສຽງຊີ້ໃຫ້ເຫັນວ່າ, ຈີນເອົາໃຈໃສ່ຕໍ່ການຜັນແປຂອງສະຖານະການເອີລົບ, ໂດຍຈະສະໜັບສະໜູນເອີລົບເຊື່ອມໂຍງເຂົ້າກັນຢ່າງເດັດດ່ຽວ, ຫວັງວ່າເອີລົບຈະສາມາດຮັກສາຄວາມໝັ້ນທ່ຽງແລະຈະເລີນຮຸ່ງເຮືອງ, ນອກນີ້ຈີນກໍຫວັງຮ່ວມກັບເອີລົບຊຸກຍູ້ໃຫ້ສາຍພົວພັນລະຫວ່າງສອງຝ່າຍໃຫ້ມີຄວາມຄືບໜ້າໃຫຍ່ກວ່າເກົ່າ. ແລະຫວັງວ່າເຢຍລະມັນຈະສາມາດຊຸກຍູ້ໃຫ້ສະຫະພາບເອີລົບປະຕິບັດຄຳໝັ້ນສັນຍາຕາມມາດຕາທີ 15 ຂອງ "ອະນຸສັນຍາກ່ຽວກັບຈີນເຂົ້າເປັນສະມາຊິກອົງການການຄ້າໂລກ" ໂດຍໄວ.
ທ່ານນາງເມີເຄວກ່າວວ່າ, ເຢຍລະມັນຍິນດີຮັກສາການໄປມາຫາສູ່ກັນຂັ້ນສູງກັບຈີນໃນປີໃໝ່, ທັງຈະລົງເລິກຮ່ວມມືໃນຂົງເຂດເສດຖະກິດການຄ້າ, ພະລັງງານໃໝ່ແລະອື່ນໆພາຍໃຕ້ຂອບກຸ່ມ 20 ປະເທດ. ຂະນະດຽວກັນກໍຕີລາຄາສູງທີ່ຈີນສະໜັບສະໜູນເອີລົບເຊື່ອມໂຍງເຂົ້າກັນ, ຍິນດີຊຸກຍູ້ສະຫະພາບເອີລົບປະຕິບັດຕາມຄຳໝັ້ນສັນຍາທີ່ກ່ຽວຂ້ອງຕາມ "ອະນຸສັນຍາກ່ຽວກັບຈີນເຂົ້າເປັນສະມາຊິກອົງການການຄ້າໂລກ", ແລະຫວັງວ່າຈະປະສົບຜົນສຳເລັດໃນການເຈລະຈາສັນຍາການລົງທຶນລະຫວ່າງຈີນເອີລົບໂດຍໄວ.