ຈີນ​ກາຍ​ເປັນ​ແຫຼ່ງລົງທຶນ​ໃຫຍ່​ອັນ​ດັບ 3 ຂອງ​ອິນ​ໂດ​ເນ​ເຊຍ​ໃນ​ປີຜ່ານມາ
2017-01-26 16:26:14  cri 
​ຄະນະ​ກຳມະການ​ປະສານ​ສົມທົບ​ການ​ລົງທຶນ​ອິນ​ໂດ​ເນ​ເຊຍ​ປະກາດ​ໃນ​ວັນ​ທີ 25 ມັງກອນ​ນີ້​​ວ່າ,​ ປີ 2016 ຈີນ​ໄດ້​ລົງທຶນ​ໂດຍ​ກົງຢູ່​ປະ​ເທດ​ຕົນ 2 ຕື້ 665 ລ້ານ​ໂດ​ລາ,​​ ​ ທຽບ​ໃສ່​ປີ 2015 ​ເພີ່ມ​ຂຶ້ນ 324% ​ເປັນອັນ​ດັບ 3 ຈາກ 121 ປະ​ເທດ​ແລະ​ເຂດ​ແຄວ້ນ​ໃນ​ໂລກ.

ທ່ານ​ໂທ​ມັສ ທຣິຄະ​ຊິ ​ເລັມ​ປົງ, ປະທານ​ຄະນະ​ກຳມະການ​ປະສານ​ສົມທົບ​ການ​ລົງທຶນ​ອິນ​​ໂດ​ເນ​ເຊຍ​ກ່າວ​ໃນ​ພິທີ​ຖະ​ແຫຼ​ງຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ມື້​ດັ່ງກ່າວ​ວ່າ, ການ​ລົງທຶນ​ຂອງ​ຈີນ​ຢູ່​ອິນ​ໂດ​ເນ​ເຊຍ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ຈະ​ແຈ້ງ​ໃນ​ປີຜ່ານມາ,​ ​ແລະ​ໄດ້​ກາ​ຍ​ເປັນ​ແຫຼ່ງທຶນ​ຕ່າງປະ​ເທດ​ສຳຄັນ​ຂອງ​ປະ​ເທດ​ຕົນ,​ ພ້ອມ​ທັງຫວັງ​ວ່າ​ຈີນ​ຈະ​ສືບ​ຕໍ່​ເພີ່ມ​ການ​ລົງທຶນ​ຕື່ມ​ອີກ.

ທ່ານ​​ໂທ​ມັສ ກ່າວ​ຕື່ມ​ວ່າ,​ ຄະນະ​ກຳມະການ​ຂອງ​ຕົນ​ແລະ​ພາກສ່ວນ​ທີ່​ກ່ຽວຂ້ອງ​ຈະ​ສືບ​ຕໍ່​ປັບປຸງ​ສະພາບ​ແວດ​ລ້ອມ​ການ​ລົງທຶນ​ໃຫ້​ດີ​ຂຶ້ນ, ​ເພື່ອ​ດຶງ​ດູດ​ການ​ລົງທຶນ​ຈາກ​ຈີນ​ແລະ​ເຂດ​ອື່ນໆ​ໃຫ້​ຫຼາຍ​ກວ່າ​ເກົ່າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ